黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາລະວັນພົບຜູ້ຕິດເຊື້ອໂຄວິດເພີ່ມ 1 ຄົນ, ບຸກຄົນກຸ່ມສ່ຽງເຂົ້າສູ່ສະຫວັນເຂດ

2021-04-16 14:37:14 cri

      ວັນທີ 16 ເມສາ 2021, ເຈົ້າໜ້າຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດລາຍງານວ່າ: ຜົນກວດວິເຄາະທັງໝົດ ພົບຜູ້ຕິດເຊື້ອໃໝ່ 1 ຄົນ ເຊິ່ງເປັນຜູ້ລັກລອບເຂົ້າມາທາງດ່ານສາລະວັນ.

      ຜູ້ຕິດເຊື້ອໃໝ່ (ກໍລະນີ 54) ເປັນເພດຊາຍ, ອາຍຸ 32 ປີ, ສັນຊາດລາວ, ອາຊີບພໍ່ຄ້າຢູ່ລາດພ້າວ ປະເທດໄທ, ສະພາບໂດຍລວມ ຜູ້ກ່ຽວມີສຸຂະພາບແຂງແຮງ.

     ຕາມຂໍ້ມູນໃຫ້ຮູວ່າ: ວັນທີ 11 ເມສາ ຜູ້ກ່ຽວເດີນທາງມາ ສປປ ລາວ ໂດຍລົດທົວຈາກລາດພ້າວ ເວລາ 23:00 ໂມງ ແລະລັກລອບຂ້າມມາ ທາງດ່ານປະເພນີປາກສະພານ, ເມືອງລະຄອນເພັງ, ແຂວງສາລະວັນ ດ້ວຍເຮືອຫາງຍາວ ພ້ອມດ້ວຍໝູ່ 1 ຄົນ, ເພດຍິງໄວກາງຄົນ, ພ້ອມດຽວກັນ ກໍ່ມີຄົນມາຮັບເອົາພວກກ່ຽວຢູ່ດ່ານ ດ້ວຍລົດຮຸນໄດ ບໍ່ຮູ້ປ້າຍທະບຽນລົດ ແລະມານອນພັກຢູ່ເຮືອນເຈົ້າຂອງລົດ. ເຊົ້າມືດວັນທີ 12 ເມສາ:ເຈົ້າຂອງລົດດັ່ງກ່າວໄປສົ່ງພວກກ່ຽວ ຈົນຮອດເຮືອນ, ເມຍຂອງກໍລະນີທີ 54 ໄດ້ຮັບເອົາຜູ້ກ່ຽວກັບບ້ານນາເຕີຍ, ເມືອງຄົງເຊໂດນ, ແຂວງສາລະວັນ. 

     ສ່ວນຜູ້ຮ່ວມເດີນທາງ (ເພດຍິງ) ໄດ້ຂຶ້ນລົດໂດຍສານ ຈາກເມືອງຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ເຊິ່ງບໍ່ຮູ້ທະບຽນ ແລະປະເພດລົດໂດຍສານ.

    ວັນທີ 13 ເມສາ 2021 ນາຍບ້ານພົບວ່າຜູ້ກ່ຽວ (ກໍລະນີທີ 54) ລັກລອບເຂົ້າມາ ຈຶ່ງໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນໂຄກສະຫວາດ, ເມືອງຄົງເຊໂດນ ພ້ອມເກັບຕົວຢ່າງສົ່ງກວດໂຮງໝໍແຂວງຈຳປາສັກ. ວັນທີ 15 ເມສາ 2021 ຜົນກວດພົບເຊື້ອ COVID-19 ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍແຂວງສາລະວັນ. ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 32 ຄົນ,ໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ ແລະສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

     ຄະນະສະເພາະກິດຮຽກຮ້ອງໃຫ້ ຜູ້ເດີນທາງຮ່ວມເດີນທາງ, ຜູ້ຂັບລົດຮຸນໄດ ແລະຜູ້ທີ່ກ່ຽວຂ້ອງ (ລົດໂດຍສານ) ຫຼືຜູ້ທີ່ຄິດວ່ສໄດ້ໃກ້ຊິດ ກັບຜູ້ຕິດເຊື່ອ ອອກມາຮັບຜິດຊອບຕົນເອງ ໂດຍພົບອຳນາດການປົກຄອງທ້ອງຖິ່ນ ຫຼື ເຈົ້າໜ້າທີ່ສາທາລະນະສຸກ ເພື່ອຈະໄດ້ເກັບຕົວຢ່າງກວດຫາເຊື້ອ, ປ້ອງກັນບໍ່ໃຫ້ໄປແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະຄົນໃນຄອບຄົວ.

ຄຳ​ເຫັນ

0