覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມາ​ເລ​ເຊຍ​ເຕືອນ​ວ່າ ຫຼັງ​ຈາກ​ສັກ​ວັກ​ຊີນ​ແລ້ວ​ຍັງ​ຕ້ອງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ເຂັ້ມ​ງວດ​ຄືເກົ່າ

2021-04-17 16:50:18 cri

ວັນ​ທີ 17 ເມ​ສາ​ນີ້, ທ່ານ​ນົວ ຮິ​ຊຳ ອັບ​ດູນ​ລາ ຫົວ​ໜ້າ​ກົມ​ທາ​ສາ​ລະ​ນະ​ສຸກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມາ​ເລ​ເຊຍໄດ້​ລົງ​ພິມ​ບົດ​ຄວາມ​ທາງ​ສື່​ສັງ​ຄົມ​ອ໋ອນ​ລາຍ​ໂດຍລະ​ບຸ​ວ່າ: ມາ​ຮອດ​ປັດ​ຈຸ​ບັນ, ປະ​ເທດ​ຕົນ​ມີ​ພະ​ນັກ​ງານ​ການ​ແພດ 40 ຄົນ​ທີ່​ໄດ້​ສັກ​ວັກ​ຊິນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທັງ​ໝົດ ສອງ​ເຂັມ​ແລ້ວ​ນັ້ນ​ໄດ້​ຖືກ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ພະ​ຍາດ. ທ່ານຕັກ​ເຕືອນມວນ​ຊົນ​ວ່າ ພາຍຫຼັງ​ສັກ​ວັກ​ຊິນ​ໂຄວິດ-19 ແລ້ວ, ຍັງ​ຕ້ອງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ທຸກ​ປະ​ການ​ທີ່​ລັດ​ຖະ​ບານ​ປະ​ກາດ​ໃຊ້​ນັ້ນ​ຢ່າງ​ເຂັ້ມ​ງວດ.
 

   ທ່ານ​ກ່າວ​ເນັ້ນ​ວ່າ: ເລື່ອງ​ຈິງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເຖີງ​ຈະ​ໄດ້​ສັກ​ວັກ​ຊີນ​ແລ້ວ​ກໍ​ຕາມ, ແຕ່​ກໍ​ຍັງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຕິດ​ເຊື້ອ​ໄດ້. ທ່ານ​ກ່າວ​ວ່າ, ເວັ້ນ​ເສຍ​ແຕ່​ທຸກ​ຄົນ​ມີ​ຄວາມ​ປອດ​ໄພ​ແລ້ວ, ຖ້າ​ບໍ່​ດັ່ງ​ນັ້ນ, ກໍບໍ່​ມີ​​ໃຜ​ຈະ​ປອດ​ໄພ.

ຄຳ​ເຫັນ

0