秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 4 ກໍລະນີ

2021-04-17 15:49:49 cri

    ວັນທີ 17 ເມສາ 2021, ເຈົ້າໜ້າຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດລາຍງານວ່າ: ຜົນກວດວິເຄາະທົ່ວປະເທດ ພົບຜູ້ຕິດເຊື້ອໃໝ່ 4 ຄົນ ເຊິ່ງເຂົ້າມາໂດຍຖືກຕາມລະບຽບການ. ຂໍ້ມູນລະອຽດໃຫ້ຮູ້ດັ່ງນີ້:

      ຜູ້ຕິດເຊື້ອໃໝ່ (ກໍລະນີ 55) ເພດຍິງ, ອາຍຸ 25 ປີ, ສັນຊາດລາວ (ປະຊາຊົນເມືອງຫີນບູນ ແຂວງຄໍາມ່ວນ) ກັບມາຈາກບາງກອກປະເທດໄທ ໃນວັນທີ 14 ເມສາ ແລະຖືກຈໍາກັດບໍລິດຢູ່ສູນກັກກັນ. ວັນທີ 16 ເມສາ ຜົນກວດພົບເຊື້ອ ໂຄວິດ-19 ແລະໄດ້ປິ່ນປົວຢູ່ທີ່ສະຖານທີ່ທີ່ຖືກກໍານົດ. ມີຜູ້ສໍາຜັດໃກ້ຊິດໃນເບື້ອງຕົ້ນ 4 ຄົນ.

      ກໍລະນີ 56 ເປັນເພດຊາຍ, ອາຍຸ 32 ປີ, ສັນຊາດລາວ, ອາຊີບຂາຍເຄື່ອງຢູ່ບາງກອກ, ປະເທດໄທ.  ວັນທີ 7 ເມສາ ເດີນທາງເຂົ້າມາ ສປປ ລາວ ແລະມາຮອດ ແຂວງສະຫວັນນະເຂດວັນທີ 8 ເມສາ ແລະຖືກຈຳກັດບໍລິເວນທີ່ສູນກັກກັນໃນນະຄອນໄກສອນ. ຜົນກວດໂຄວິດ-19 ເທື່ອທໍາອິດບໍ່ພົບເຊື້ອ. ວັນທີ 14 ເມສາ, ຜູ້ກ່ຽວໄດ້ຈ້າງລົດສາມລໍ້ ມາຄິວລົດສະຫວັນນະເຂດ ແລະຫຼານຜູ້ກ່ຽວມາຮັບ ຢູ່ຄິວລົດປາກຊ່ອງກັບມາເຮືອນ. ມື້ຕໍ່ມາຜູ້ກ່ຽວມີອາການໄຂ້, ໄອ ແລະໄດ້ໄປກວດຢູ່ໂຮງໝໍສອງຄອນ, ວັນທີ 16 ເມສາ ຜົນກວດວິເຄາະ ພົບເຊື້ອ ໂຄວິດ-19 ພ້ອມໄດ້ຖືກແຍກປ່ຽວ ແລະປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ. ມີຜູ້ສໍາຜັດໃກ້ຊິດ ໃນເບື້ອງຕົ້ນ 8 ຄົນ.

     ກໍລະນີທີ 57 ເປັນເພດຊາຍ, ອາຍຸ 24 ປີ, ສັນຊາດລາວ, (ປະຊາຊົນເມືອງສອງຄອນ ແຂວງສະຫວັນ). ອາຊີບຄ້າຂາຍຢູ່ລາດພ້າວ, ປະເທດໄທ ແລະໄດ້ກັບມາມາຮອດແຂວງສະຫວັນນະເຂດ ສປປ ລາວ ໃນວັນທີ 15 ເມສາ, ຜູ້ກ່ຽວມີໄອ, ເຈັບຄໍ ແລະກິນອາຫານບໍ່ຮູ້ລົດຊາດ. 16 ເມສາ ຜົນກວດພົບເຊື້ອໂຄວິດ-19 ແລະໄດ້ຮັບການປິ່ນປົວຢູ່ໂຮງໝໍແຂວງ ສະຫວັນນະເຂດ. ຜູ້ກ່ຽວມີຜູ້ສໍາຜັດໃກ້ຊິດໃນເບື້ອງຕົ້ນ 20 ຄົນ,

     ກໍລະນີຢັ້ງຢືນທີ 58 ເປັນເພດຍິງ, ອາຍຸ: 25 ປີ, ສັນຊາດລາວ (ປະຊາຊົນເມືອງບໍລິຄັນ ແຂວງບໍລິຄຳໄຊ)  ອາຊີບເປັນແມ່ບ້ານເຮັດວຽກຢູ່ເມືອງສີລາຊາ ແຂວງຊົນບູລີ ປະເທດໄທ. ວັນທີ 6 – 13 ເມສາ ພັກຢູ່ລີສອດບຶງການ, ປະເທດໄທ. ວັນທີ 14 ເມສາ ໃຫ້ພີ່ນ້ອງເອົາລົດສ່ວນຕົວມາສົ່ງຂຶ້ນເຮືອຢູ່ບຶງການ ໂດຍມີຜູ້ຂັບເຮືອຈາກຝັ່ງລາວຂ້າມມາຮັບ ເພື່ອມາສົ່ງຢູ່ເຂດເມືອງປາກກະດິງ ແລະໄປພັກຢູ່ເຮືອນຜູ້ຂັບເຮືອຊົ່ວຄາວ. ຫຼັງຈາກນັ້ນເຈົ້າຂອງເຮືອນໄດ້ໄປສົ່ງຜູ້ກ່ຽວຮອດເມືອງບໍລິຄັນ ເຊິ່ງມີພໍ່ຜູ້ກ່ຽວຂັບລົດມາລໍຖ້າ ແລະພາໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້. ວັນທີ 16 ເມສາ ຜົນກວດວິເຄາະ ພົບເຊື້ອໂຄວິດ-19  ແລະໄດ້ປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ. ມີຜູ້ສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ.

     ສໍາລັບຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອທັງ 4 ກໍລະນີ, ຄະນະສະເພາະກິດໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ ແລະໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ຄຳ​ເຫັນ

0