尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ໃຫ້​​ເງິນ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ສຸກ​ເສີນ​ອີກ 9 ລ້ານ​ ​ເອີ​ໂຣແກ່​ມຽນ​ມາ

2021-04-18 16:46:10 cri

      ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ປະ​ກາດ​ຈະໃຫ້​​ເງິນ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ສຸກ​ເສີນ​ອີກ 9 ລ້ານ​ເອີ​ໂຣແກ່​ມຽນ​ມາ,ເພື່ອ​ໃຊ້​ໃນ​ການ​​ຮັບ​ມື​ກັບ​ຄວາມ​ຕ້ອງ​ການ​ດ້ານມະ​ນຸດ​ສະ​ທຳ​ຂອງ​ມຽນ​ມາ​ທີ່​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ​ໃນ​ປັດ​ຈຸ​ບັນ.
 

      ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ປະ​ກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​ຈະ​ປ່ອຍ​ເງິນ​ຊ່ວຍ​ເຫຼືອ​ໂດຍ​ຜ່ານ​ອົງ​ການ​ທີ່​ບໍ່​ແມ່ນ​ລັດ​ຖະ​ບານ,ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ສະ​ພາ​ກາ​ແດງ​ແລະ​ຄູ່​ຮ່ວມ​ມື​ອື່ນ​ໆ​ໂດຍ​​ອີງຕາມ​ຫຼັກ​ການມະ​ນຸດ​ສະ​ທຳ,ເປັນ​ກາງ,ຊອບ​ທຳ​ແລະ​ເປັນ​ເອ​ກະ​ລາດ, ຕົ້ນ​ຕໍ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ປິ່ນ​ປົວ​ແລະ​ສາ​ທ​າ​ລະ​ນະ​ສຸກ, ການ​ປົກ​ປ້ອງ,ຄວາມ​ປອດ​ໄພ​ດ້ານ​ອາ​ຫານ,ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ແລະ​ອື່ນໆ. ເຊິ່ງ​ການ​ຊ່ວຍ​ເຫຼືອ​​ດັ່ງ​ກ່າວຈະ​ປົກ​ຄຸມ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງຂອງ​ມຽນ​ມາ​ໃນ​ປັດ​ຈຸ​ບັນ, ຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ນັ້ນ​ນອກ​ຈາກ​ລວມ​ທັງ​ກຸ່ມ​ຄົນ​ທີ່​ດ້ອຍ​ໂອ​ກາດທີ່​ສຸດ​ພາຍ​ໃນ​ປະ​ເທດ​ມຽນ​ມາ​ແລ້ວ, ຍັງ​ລວມ​ທັງ​ປະ​ຊາ​ຊົນ​ທີ່​ໂຕນ​ໜີ​ໄປ​ລີ້​ໄພ​ຢູ່​ບ່ອນ​ອື່ນ, ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ຢູ່​ມຽນ​ມາ​ທີ່​ມີ​ຕໍ່​ໄທ​ແລະ​ປະ​ເທດ​ອື່ນໆ​ຢູ່​ໃນ​ພາກ​ພື້ນ.

ຄຳ​ເຫັນ

0