吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ບົບການປິ່ນ​ປົວ​ພະ​ຍາດ​ຂອງ​ໄທ​ພວມ​ຜະ​ເຊີນ​ໜ້າ​ກັບ​ການ​ທົດ​ລອບ​ຈາກ​ພະ​ຍາດ​ໂຄວິດ-19

2021-04-19 16:00:36 CRI

    ປັດ​ຈຸ​ບັນ, ໄທ​ພວມ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຮອບ​ທີ​ສາມ, ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດໄວ​ກວ່າ ແລະ ກວ້າງ​​ຂວາງກວ່າ​ສອງ​ຮອບ​ກ່ອນ​ນີ້, ຜູ້​ຕິດ​ເຊື້ອ​​ພະ​ຍາດ​ກ່ຽວ​ຂ້ອງ​ກັບ​ທຸກ​ຂະ​ແໜງ​ການ, ຜູ້​ຖືກ​ບົ່ງ​ມະ​ຕິ​​ເປັນ​ພະ​ຍາດໂຄວິດ-19 ​ເພີ່ມ​ໃໝ່​ຕໍ່​ມື້​ມີ​ຈຳ​ນວນ​ຫຼາຍກວ່າ 1 ພັນ​ຄົນ​​ເປັນ​ຫຼາຍ​ມື້ລຽນ​ຕິດ. ວັນ​ທີ 18 ເມ​ສາ​ນີ້, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຢູ່​ໄທ​ມີ 1.767 ກໍ​ລະ​ນີ ​ໄດ້​ສ້າງ​ສະ​ຖິ​ຕິ​ຜູ້​ເປັນ​ພະ​ຍາດ​ຕໍ່​ມື້​ສູງ​ສຸດ​ນັບ​ແຕ່​ເກີດ​ມີ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ. ​ມາ​ຮອດ​ປັດ​ຈຸ​ບັນ, ຢູ່​​ປະ​ເທດໄທ​ໄດ້​ມີ ​ຜູ້ເປັນ​ພະ​ຍາດ​ໂຄວິດ-19 ​ທັງ​ໝົດ 4 ໝື່ນກວ່າ​ຄົນ ແລະ 1 ໝື່ນກວ່າ​ຄົນ​ພວມ​ປິ່ວ​ປົວ​ຢູ່. ຫວ່າງ​ມໍ່ໆ​ມານີ້, ສື່ມວນ​ຊົນ​ໄທ​ໄດ້​ແຈ້ງ​ຂ່າວ​​ວ່າ ຈຳ​ນວນ​ຕຽງຄົນ​ເຈັບ​ໃນ​ໂຮງ​ໝໍ​​ມີ​ຈຳ​ນວນ​ບໍ່​ພຽງ​ພໍ, ຜູ້​ເປັນ​ພະ​ຍາດ​ຢາກ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ພົບ​ກັບ​ສະ​ພາບ​ຫຍຸ້ງ​ຍາກ​ຫຼາຍ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ລະ​ບົບ​ການ​​ປິ່ນປົວ​ພະ​ຍາດ​ຂອງ​ໄທ​ພວມ​ຜະ​ເຊີນ​ໜ້າ​​ກັບ​ການ​ທົດ​ສອບອັນ​ໃຫຍ່​ຫຼວງ.


     ລັດ​ຖະ​ບານ​ໄທ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​​ເລັ່ງ​ລັດ​ສ້າງ​ໂຮງ​ໝໍ​ຊົ່ວ​ຄາວ, ປັດ​ຈຸ​ບັນ​ໄດ້​ສ້າງ​ຕຽງ​ຄົນ​ເຈັບ​ສຳ​ລັບ​ແລ້ວ 25.000 ໜ່ວຍ. ນອກ​ນີ້, ກະ​ຊວງ​ສາທາ​ລະ​ນະ​ສຸກ​ໄທ​​ຍັງໄດ້​ເລີ່ມ​ປະ​ຕິ​ບັດ​ຕາມ​ຮູບ​ແບບ “ໂຮງ​ແຮມ+​ໂຮງ​ໝໍ”, ປ່ຽນ​ໂຮງ​ແຮມ​ເປົ່າ​ຫວ່າງ​ໃຫ້​ເປັນ​ສະ​ຖານ​ທີ່​ປົວ​ພະ​ຍາດ​ເປັນ​ການ​ຊົ່ວ​ຄາວ ແລະ ຈັດ​​ຕັ້ງ​ທິມ​ແພດ​ມື​ອາ​ຊີບ ແລະ ອຸ​ປະ​ກອນ​ການ​ແທດ ເພື່ອ​ຊ່ວຍ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​​ບໍ່​ສະ​ແດງ​ອາ​ການ​ບໍ່​ ແລະ ອາ​ການ​ເປົ່າ, ປັດ​ຈຸ​ບັນ​ໄດ້​ມີ​ໂຮງ​ແຮມ 20 ກວ່າ​ແຫ່ງ​ໄດ້​ກຽມ​​ຕຽງ​ຄົນ​ເຈັບ​ໄດ້​ແລ້ວ​ຫຼາຍກວ່າ 6.500 ໜ່ວຍ​.

ຄຳ​ເຫັນ

0