吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ວ່າ, ຜູ້​ນຳ​ທະ​ຫານ​ມຽນ​ມາ​ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ອາ​ຊຽນສະ​ໄໝ​ພິ​ເສດ

2021-04-19 12:10:20 CRI

    ວັນ 18 ເມ​ສາ​ນີ້, ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍປະ​ກາດ​ວ່າ, ນາຍ​ພົນ​​ມິງ​ອອງ​ລາຍ ຜູ້​ນຳ​ທະ​ຫານ​ມຽນ​ມາ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ອາ​ຊຽນ​ສະ​ໄໝ​ພິ​ເສດ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ໃນ​ອາ​ທິດ​ໜ້າ. ​ໂຄ​ສົກ​ທ່ານ​ນີ້​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ກອງ​ປະ​ຊຸມ​ຜູ້​ນຳ​ປະ​ເທດ​ອາ​ຊຽນ​​ທີ່ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ກໍ​ຍ້ອນ​ວ່າ​ສຳ​ນັກ​ງານ​​ກອງເລ​ຂາ​​ອາ​ຊຽນ​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ.

ຄຳ​ເຫັນ

0