覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ເສັ້ນ​ທາງ​ສາຍ​ໄໝ​ສຸ​ຂະ​ພາບ” ສົ່ງ​ເສີມ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ໂລກ

2021-04-19 15:19:32 cri

ການ​ຮ່ວມ​ມື​ສາ​ກົນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ເວ​ລາ​ໃດ​ກໍແມ່ນ​ພາກ​ສ່ວນສຳ​ຄັນ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.  ໃນ​ອະ​ນຸ​ເວ​ທີ​ປຶກ​ສາ​ຫາ​ລືຍ່ອຍ  “ເສັ້ນ​ທາງ​ສາຍ​ໄໝ​ສຸ​ຂະ​ພາບ”​ ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ເມ​ສາ​ນີ້,​ຜູ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ເຊິ່ງ​ມີ​ອະ​ນາ​ຄົດ​ອັນ​ກວ້າງ​ຂວາງ.
 

 ໃນເວ​ທີ​ປຶກ​ສາ​ຫາ​ລື​ຍ່ອຍ​ດັ່ງ​ກ່າວ, ​ທ່ານ​ດານ​ເຕ ຊັກ​ໂຊ​ໂນ ຮາ​ບູ​ໂວ​ໂນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​​ໄດ້ແນະ​ນຳ​ໃຫ້​ຮູ້​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ລະ​ຫວ່າງ​ຈີນ​-ອິນ​ໂດ​ເນ​ເຊຍ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ທ່ານ​ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ​ກໍ​ຄື​ປະ​ເທດ​ອື່ນ​ໆໃນ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ກັບ​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ສຸ​ຂະ​ພາບ​ຢ່າງຫຼວງຫຼາຍ, ການ​ຮ່ວມ​ມື​ເຫຼົ່າ​ນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
 

 ທ່ານ​ດານ​ເຕ ​ຊັກ​ໂຊ​ໂນ ຮາ​ບູ​ໂວ​ໂນກ່າວ​ຕື່ມວ່າ: “​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ແມ່ນ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​​ເປັນຄັ້ງ​ສຸດ​ທ້າຍ​ທີ່​ພວກ​ເຮົາ​ໄດ້​ປະ​ສົບ. ພວກ​ເຮົາ​ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມຫຼາຍກວ່າ​ເກົ່າ​ຈິ່ງ​ຈະ​ສາ​ມາດ​ກຽມ​ພ້ອມ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ. ບໍ່​ວ່າ​ອົງ​ການ​ໃດ​ໜຶ່ງຫຼື​ອົງ​ການຫຼາຍ​ຝ່າຍ​ໃດ​ໜຶ່ງ, ລັດ​ຖະ​ບານ​ໃດ​ໜຶ່ງ​ກໍ​ຕາມ​ລ້ວນ​ແຕ່​ຈະ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້​ໄດ້​ດ້ວຍ​ຕົນ​ເອງ. ບັນ​ດາ​ປະ​ເທດ​ຕ້ອງ​ຮ່ວມ​ມື​ແລະ​ປະ​ສານ​ງານ​ກັນ​ໃຫ້ຫຼາຍກວ່າ​ເກົ່າ, ຜ່ານ​ຈາກ​ສອງ​ຝ່າຍ, ຫຼາຍ​ຝ່າຍ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ກັນ. ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃນ​ໄລ​ຍະ 5 ປີ​ແຕ່​ປີ2021-ປີ2025, ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ຈະ​ເປັນ​ຂົງ​ເຂດ​ໜຶ່ງ​ທີ່ສຳ​ຄັນ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ການ​ຮ່ວມ​ມື​ດັ່ງ​ກ່າວ​ຈະ​ສາ​ມາດ​ເປີດກວ້າງ​​ຕື່ມ​ອີກ​ໃນ​ອະ​ນາ​ຄົດ. ” 

ຄຳ​ເຫັນ

0