刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ປະ​ກາດ​ວ່າ: ຈະ​ສ້າງ​ຕັ້ງ​ກອງ​ທັບ​ປ້ອງ​ກັນປະ​ຊາ​ຊົນ​ໂດຍ​ໄວ

2021-04-19 14:11:25 cri

ມຽນ​ມາ​ປະ​ກາດ​ວ່າ: ຈະ​ສ້າງ​ຕັ້ງ​ກອງ​ທັບ​ປ້ອງ​ກັນປະ​ຊາ​ຊົນ​ໂດຍ​ໄວ_fororder_微信图片_20210419160310

ວັນ​ທີ 16 ເມ​ສາ​ນີ້, ຄະ​ນະ​ກຳ​ມະ​ການຜູ້​​ແທນ​ລັດ​ຖະ​ສະ​ພາ​ສະ​ຫະ​ພາບ​ມຽນ​ມາ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີແຫ່ງ​ຊາດ. ຫຼັງ​ຈາກ​ນັ້ນ, ໃນ​ກອ​ງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທາງ​ອອນ​ໄລ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​ອູ​ເຢມອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ຖະ​ບານ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ວ່າ: ຈະ​ສ້າງ​ຕັ້ງ​ກອງ​ທັບ​ປ້ອງ​ກັນ​ປະ​ຊ​າ​ຊົນ​ໂດຍ​ໄວ ເຊິ່ງກອງ​ທັບ​ນີ້​ຈະ​ກາຍ​ເປັນ​ຕົ້ນ​ກຳ​ເນີດຂອງກອງ​ທັບ​ສະ​ຫະ​ພາບ.

ທ່ານ​ຍັງ​ກ່າວ​ຕື່ມ​​ວ່າ: ກອງ​ທັບ​ນີ້​ຈະສ້າງ​ຕັ້ງ​ຂຶ້ນ​ໃຫ້​ສຳ​ເລັດ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ​ແລະ​ສັນ​ຍາ​ການ​ເມືອງ​ທີ່​ສຳ​ຄັນ​ຕ່າງໆ.

ຄຳ​ເຫັນ

0