刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ມີ​ແຜນ​ຈະ​ຈັດ​ຊື້​ວັກ​ຊິນ​ໂຄວິດ-19 ຈຳ​ນວນ 5 ຊະ​ນິດ​ເພີ່ມ​ຕື່ມ​ເຊິ່ງ​ລວມ​ທັງ​ວັກ​ຊິນ​ຊິນ​ໂນ​ຟາມ​ຂອງ​ຈີນ

2021-04-19 10:52:42 CRI

 

ຊື່ມວນ​ຊົນ​ໄທ​ລາຍ​ງານ​ວ່າ: ປັດ​ຈຸ​ບັນ, ໄທ​ພວມ​ເລີ່ມ​ແຜນ​ການ​ສັກ​ວັກ​​ຊີນ​ໂຄວິດ-19 ເຊິ່ງ​ລວມ​ທັງ​ວັກ​ຊີນຊີ​ໂນ​ແວກຂອງ​ຈີນ​ແລະ​ວັກ​ຊິນ​ອັ​ສ​ຕ​ຣາເຊ​ເນ​ກາ. ໂດຍ​ຜະ​ເຊີນ​ໜ້າ​ກັບສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19 ທີ່​ໜັກ​ໜ່ວງ, ລັດ​ຖະ​ບານ​ໄທ​ພວມ​ຕິດ​ຕໍ່​ພົວ​ພັນ​ເພື່ອ​ຈັດ​ຊື້ວັກ​​ຊີນ 5 ​ຊະ​ນິດຈາກ 4 ປະ​ເທດ​ເພີ່ມ​ຕື່ມ ເຊິ່ງ​ລວມ​ທັງ​ວັກ​​ຊີນ​ສ​ປຸດ​ນິກ​ເລກ 5 ຂອງ​ຣັດ​ເຊຍ,​ ວັກ​ຊີນຂອງ​ບໍ​ລິ​ສັດຊິນ​ໂນ​ຟາມ​ແລະ​ວັກ​ຊິນ​ຂອງ​ບໍ​ລິ​ສັດແກນ​ຊີ​ໂນ BIO ​ຂອງ​ຈີນ, ວັກ​ຊິນ​ໂກວັກ​ຊິນ ຂອງ​ບໍ​ລິ​ສັດ​ບາ​ຣັດ ​ໄບ​ໂອ​ເຕັກ​ຂອງອິນ​ເດຍ ແລະ​ວັກ​ຊິນ​ພີ​ໄຟ​ເຊີ​ຂອງອາ​ເມ​ຣິ​ກາ ເພື່ອ​ສະ​ໜອງ​ໃຫ້​ໂຮງ​ໝໍ​ເອ​ກະ​ຊົນ​ເລືອກ​ນຳ​ໃຊ້.

ວັນ​ທີ 17 ເມ​ສາ​ນີ້, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ພະ​ແນກສຶກ​​ສາ​ທິ​ການ​ຂອງ​ລັດ​ເກ​ລັນ​ຕັນຂອງ​ມາ​ເລ​ເຊຍ​​ໄດ້ປະ​ກາດ​ວ່າ: ແຕ່​ວັນ​ທີ 18 ຫາ​ວັນ​ທີ 24 ເມ​ສາ​ນີ້ ຈະ​ປິດ​ໂຮງ​ຮຽນ 472 ແຫ່ງ​ໃນ 7 ເມືອງ​​ຂອງ​ລັດ​ຕົນ​ເປັນ​ການຊົ່ວ​ຄາວ.

ຂ່າວ​ແຈ້ງວ່າ: ຄຽງ​ຄູ່​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮ້າຍ​ແຮງ​ຂຶ້ນ, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ມີ​ໂຮງຮຽນເກືອບ 150 ແຫ່ງ ໃນ​ທົ່ວ​ປະ​ເທດ​ມາ​ເລ​ເຊຍ​ທີ່​​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0