吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານ​ສະພາ​ແຫ່ງ​ຊາດ​ໄທກ່າວ​ວ່າ: ສົນ​ໃຈ​ທີ່​ສຸດ ​ແລະ​ມີ​ຄວາມ​ຫວັງ​ຕໍ່ຫົວ​ຂໍ້​ກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ​ໃນເວທີ​ປຶກສາຫາລື​ອາຊີ​ໂປ​ອາວ

2021-04-19 16:26:42 cri

​ວັນ​ທີ 18 ​ເມສາ​ນີ້, ກອງ​ປະຊຸມ​ປະຈຳ​ປີ 2021 ຂອງເວທີ​ປຶກສາຫາລື​ອາຊີ​ໂປ​ອາວ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳສປ ຈີນ​, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ປີ​ນີ້​ແມ່ນ “ການ​ປ່ຽນ​ແປງ​ຄັ້ງໃຫຍ່​ຂອງ​ໂລກ: ຮ່ວມ​ກັນ​ບໍລິ​ຫານ​ໂລກ​ໃຫ້​ເຂັ້ມ​ແຂງ ​ແລະ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃຫ້​ມີຄວາມ​ຄືບໜ້າ.

​ໄທ​ຖືວ່າ​ເປັນ​ປະ​ເທດ​ທີ່​ສຳຄັນທີ່​ຕັ້ງ​ຢູ່​ລຽບຕາມ “​ໜຶ່ງ​​ແລວ​ໜຶ່ງ​ເສັ້ນທາງ”, ທ່ານ​ຊວນ ຫຼີກ​​ໄພ ປະທານ​ສະພາ​ແຫ່ງຊາດ​ໄທ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ອນເວທີ​ປຶກສາຫາລື​ອາຊີ​ໂປ​ອາວຈະ​ເປີດສາກຂຶ້ນ​ວ່າ: ພາຍ​ໃຕ້​ສະພາບການ​ແຜ່​ລະບາດຢ່າງ​ຮຸນ​ແຮງ​ຂອງ​ພະຍາດ​ໂຄ​ວິດ-19, ຕົນ​ໄດ້​ສົນ​ໃຈ​ທີ່​ສຸດ ​ແລະ​ມີ​ຄວາມ​ຫວັງ​ຕໍ່ຫົວ​ຂໍ້​ກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ​ໃນເວທີ​ປຶກສາຫາລື​ອາຊີ​ໂປ​ອາວ, ທ່ານ​ຍັງ​ໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີໃນ​ການ​ສະໜອງ​ວັກ​ຊີ​ນ​ໃຫ້​ກັບ​ປະຊາ​ຄົ​ມ​ໂລກ ​ເຊິ່ງ​ເປັນ​ການ​ຈັດ​ຕັ້ງ​ປະຕິບັດຕົວ​ຈິງ​ຕາມ​ແນວ​ຄວາມ​ຄິດ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ດ້ານ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ.

ຄຳ​ເຫັນ

0