何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​ມີຜູ້​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ກວມຫຼາຍກວ່າ 4%

2021-04-20 14:58:01 CRI

 

ລາວ​ມີຜູ້​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ກວມຫຼາຍກວ່າ 4%_fororder_420-1

 

ວັນ​ທີ 19 ເມ​ສາ​ນີ້, ທ່ານ​ພູ​ວົງ ວົງ​ຄຳ​ຊາວ, ຮອງ​ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ​ໄດ້​ໃຫ້​ຮູ້​ວ່າ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ຢູ່​ທົ່ວ​ປະ​ເທດ​ລາວ​ໄດ້​ມີ​ປະ​ຊາ​ຊົນ 3 ແສນ​ຄົນ​​ໄດ້ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທຳ​ອິດ​ແລ້ວ, ໄດ້​ມີ 3 ​ໝື່ນ​ຄົນ​ໄດ້​ສັກ​ວັກ​ຊີນ​ເຂັມ​ທີ 2 ແລ້ວ., ນະ​ຄອນຫຼວງວຽງ​ຈັນກັ​ບ​ເມືອງ​ແຮກ​ສ່ຽວ​ຕ່າງໆ​ຂອງ​ຈີນ ແລະ​ອາ​ຊຽນ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ​ເຊິ່ງສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໄວ້ໄດ້​ເປັນ​ຢ່າງ​ດີ. ທ່ານ​ພູ​ວົງ ວົງ​ຄຳ​ຊາວ​​ໄດ້​ແນະ​ນຳ​ເລື່ອງ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ເຈົ້າ​ແຂວງເຈົ້າ​ຄອງ​ນະ​ຄອນ​ຈີນ-ອາ​ຊຽນ​ປະ​ຈຳ​ປີ 2021 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ຈີນ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 19 ເມ​ສາ​ນີ້.

 

ລາວ​ມີຜູ້​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ກວມຫຼາຍກວ່າ 4%_fororder_420-2

 

ທ່ານ​ພູ​ວົງ ວົງ​ຄຳ​ຊາວ​ກ່າວ​ວ່າ, ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງວຽງ​ຈັນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ - 19, ໄດ້​ໃຊ້​ມາດ​ຕະ​ການ​ທີ່​ຕັ້ງ​ໜ້າ ແລະ ເຂັ້ມ​ງວດ​ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພ້ອມ​ທັງ​ໄດ້ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາເພື່ອ​ຍົກ​ສູງ​ສະ​ຕິ​ປ້ອງ​ກັນ​ຕົວ​ຂອງ​ປະ​ຊາ​ຊົນ. ນັບ​ມາ​ຮອດ​ປະ​ຈຸ​ບັນ, ຢູ່​ທົ່ວ​ປະ​ເທດ​ລາວ​ໄດ້​ກວດ​ຫາ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ໃຫ້​ກັບ​ປະ​ຊາ​ຊົນ 1ແສນ 4 ໝື່ນ​ຄົນ​, ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ 58  ຄົນ, ບໍ່​ມີ​ຜູ້​ເສຍ​ຊີ​ວິດ.

 

ລາວ​ມີຜູ້​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ກວມຫຼາຍກວ່າ 4%_fororder_420-3

ອີງ​ຕາມ​ສະ​ຖິ​ຕິ​ສຳຫຼວດ​ປ​ະ​ຊາ​ກອນ​ຄັ້ງຫຼ້າ​ສຸດ​, ໃນ​ທົ່ວ​ປະ​ເທດ​ລາວ​ມີ​ປະ​ຊາ​ກອນ 7.123.000 ລ້ານ​ຄົນ.

ຄຳ​ເຫັນ

0