覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ກັບ​ປະ​ທາ​ນາທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ທາງ​ໂທ​ລະ​ສັບ

2021-04-21 10:04:08 cri

ວັນ​ທີ 20 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາກັບ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ທາງ​ໂທ​ລະ​ສັບ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ​ເຖິງ​ວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຕາມ, ແຕ່ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ອິນ​ໂດ​ເຊ​ຍ​ກໍ​ໄດ້​ເຕີບ​ໂຕ​​ເພີ່ມຂຶ້ນ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ນ​ແຂງ​ແລະ​ທ່າ​ແຮງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.
 

 ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ລ້ວນ​ແຕ່​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ຂອງ​ປະ​ຊາ​ຊົນ, ​ສອງ​ຝ່າຍຄັດ​ຄ້ານ​ “ລັດ​ທິ​ຊາດ​ນິ​ຍົມ​ວັກ​ຊີນ”, ການ​ຮ່ວມ​ມື​ດ້ານ​ວັກ​ຊີນ​ໂຄວິດ-19 ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຢືນ​ຢູ່​ແຖວ​ໜ້າ​ຂອງ​ໂລກ. ໃນ​ຂະ​ນະ​ທີ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​​ແຜນ​ການ​ສັກ​ວັກ​ຊີນ​ພາຍ​ໃນ​ປະ​ເທດ​ຕົນ​ຢ່າງ​ຮອບ​ດ້ານ​ນັ້ນ, ຈີນ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ອິນ​ໂດ​ເນ​ເຊຍ​ໃນ​ດ້ານ​ວັກ​ຊີນ, ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສູນ​ຜະ​ລິດ​ວັກ​ຊີນ​ຂອງ​ພາກ​ພື້ນ​ຢູ່​ອິນ​ໂດ​ເນ​ເຊຍ ເພື່ອ​ຮ່ວມ​ກັນ​ຕ້ານ “ຄວາມ​ແຕກ​ໂຕນ​ກັນ​ດ້ານ​ພູມ​ຄຸ້ມ​ກັນ”.
 

 ທ່ານ​ໂຈ​ໂຄວິ​ໂດ​ໂດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ເນື່ອງ​ໃນ​ໂອ​ກາດ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ໂດຍ​ຢືນ​ຢັນ​ວ່າ: ອິນ​ໂດ​ເນ​ເຊຍ​ແລະ​ຈີນ​ເປັນ​ເພື່ອນ​ມິດ​ທີ່​ດີ, ອ້າຍ​ນ້ອງ​ທີ່​ດີ, ອິນ​ໂດ​ເນ​ເຊ​ຍ​ຫວັງ​ຢາກ​ຖອດ​ຖອນ​ແລະ​ຮຽນ​ຮູ້​ບົດ​ຮຽນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ລົງ​ເລິກ​ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈາ​ກາ​ຕາ-ບັນ​ດຸງ, ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.​ອິນ​ໂດ​ເນ​ເຊຍຂໍ​ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ເພື່ອ​​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ອັນ​​ລ້ຳ​ຄ່າ​ໃຫ້​ແກ່​ອິນ​ໂດ​ເນ​ເຊຍ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ​ອິນ​ໂດ​ເນ​ເຊຍຫວັງ​ວ່າ​ຈະ​ສືບ​ຕໍ່ຮ່ວມ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ວັກ​ຊີນ.

ຄຳ​ເຫັນ

0