刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ໄທ​ເບີກຈ່າຍ​ເງິນ​ອຸດ​ໜູນ​ໃຫ້ປະ​ຊາ​ກອນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ປະ​ມານ​ເຄິ່ງ​ໜຶ່ງ​ຂອງ​ປະ​ເທດ

2021-04-21 11:28:34 cri

 

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​​ແຜ່ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄທເກີດ​ມີ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ. ​ວັນ​ທີ 20 ເມ​ສາ​ນີ້, ກອງ​ປະ​ຊຸມຄະ​ນະ​ລັດ​ຖະ​ບານ​ໄທ​ໄດ້​ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ຂອງ​ກະ​ຊວງ​ການ​ເງິນ, ອະ​ນຸ​ຍາດ​​ໃຫ້​ເບີກ​ຈ່າຍເງິນ​ອຸດ​ໜູນ​ອີກ 3,04 ຕື້​ບາດເພື່ອ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ. ດັ່ງ​ນັ້ນ, ປະ​ຊາ​ຊົນ​ຜູ້​ທີ່ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ເງິນ​ອຸດ​ໜູນ​ດັ່ງ​ກ່າວ​​ນີ້ຈະ​ເພີ່ມ​ຂຶ້ນ​ອີກ 2,4 ລ້ານ​ຄົນ.

ກ່ອນ​ໜ້າ​ນີ້, ​ລັດ​ຖະ​ບານໄທ​​ກໍໄດ້​ອະ​ນຸ​ຍາດ​​ໃຫ້ເງິນ​ອຸດ​ໜູນ​​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກສະ​ພາບ​ພະ​ຍາດ​ແລ້ວ 210,2 ຕື້​ບາດ ເຊິ່ງ​ກວມ​ເອົາ​ປະ​ຊາ​ຊົນ 31,1 ລ້ານ​ຄົນ. ເງິນ​ອຸດ​ໜູນ​ຄັ້ງ​ໃໝ່​ນີ້​​ຈະກວມ​ເອົາ​ປະ​ຊາ​ຊົນ​ທັງ​ໝົດ 33,5 ລ້ານ​ຄົນ ເຊິ່ງ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ປະ​ຊາ​ກອນ​ທົ່ວ​ປະ​ເທດ​ໄທ.

ຂ່າວ​ແຈ້ງວ່າ: ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ 7000 ບາດ, ເວ​ລາ​ການ​ເບີກຈ່າຍ​ເງິນ​ຈະ​​ເລີ່ມຈາກວັນ​ທີ 31 ພຶດ​ສະ​ພາ​ຈົນ​ຮອ​ດ​ວັນ​ທີ 30 ມິ​ຖຸ​ນາ​ປີ​ນີ້.

ຄຳ​ເຫັນ

0