秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງທັບອາກາດສິງກະໂປອະນຸຍາດໃຫ້ນຳໃຊ້ເຮືອບິນຂົນສົ່ງອະເນກປະສົງແອບັສ A330 ໃນທາງການທະຫານ

2021-04-21 14:49:39 cri

ວັນ​ທີ 20 ເມ​ສາ​ນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປໄດ້ປະ​ກ​າດ​ວ່າ: ​ໄດ້ອະ​ນຸ​ຍາດ​ໃຫ້ນຳ​ໃຊ້​ເຮືອ​ບິນຂົນ​ສົ່ງ​ ແລະ​ຕື່ມນ້ຳ​ມັນ​ອະ​ເນກ​ປະ​ສົງ ຫຼື MRTT  Airbus A330 ໃນ​​​ທາງ​ການ​ທະ​ຫານ.

ຫຼັງ​ຈາກ​ນີ້, ​ເຮືອ​ບິນ MRTT ຈະ​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່ໄດ້ຫຼາຍ​ຢ່າງ ລວມ​ທັງ​ການ​​ຕື່ມ​ນ້ຳ​ມັນ​ເຊື້​ອ​ໄຟ​ຢູ່​ເທິງ​ອາ​ກາດ​ໃຫ້​ແກ່​ເຮືອ​ບິນ​ຮົບ​ລຸ້ນ F-15SG ແລະ F-16, ການ​ຂົນ​ສົ່ງ​ທະ​ຫານ ແລະ​ວັດ​ຖຸ​ສິ່ງ​ຂອງ​ໃຫ້​ແກ່ກອງ​ທັບ​, ​ການປິ່ນ​ປົວ​ຢູ່​ເທິງ​ອາ​ກາດ, ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທໍ​າ, ການ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພ​ພິ​ບັດ ແລະ​ການ​ສະໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​​ຮັກ​ສາ​ສັນ​ຕິ​ພາບ.

ທ່ານ​ອັງ​ເອັງ​ເຮັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​ກ່າວ​ວ່າ: ການອ​ະ​ນຸ​ຍາດ​​ໃຫ້ນຳ​ໃຊ້​ເຮືອ​ບິນ MRTT ​ໃນ​ການທະ​ຫານ​ຖື​ວ່າ​ເປັນ​ຂີດ​ໝາຍ​ສຳ​ຄັນ​ສຳ​ລັບກອງ​ທັບ​ອາ​ກາດ​ສິງ​ກະ​ໂປ​ໃນ​ການ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ຕົນ.

ຄຳ​ເຫັນ

0