吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ປະ​ກາດ​ຕົວຢ່າງ “ໜັງ​ສື​​ຜ່ານ​ແດນ​ວັກ​ຊິນ” ຢ່າງ​ເປັນ​ທາງ​ການ

2021-04-21 11:18:41 CRI

   ວັນ​ທີ 20 ເມ​ສາ​ນີ້, ລັດ​ຖະ​ບານ​ໄທ​ໄດ້​ປະ​ກາດ​​ຕົວ​ຢ່າງ​ໃບ​ຢັ້ງ​ຢືນ​ການສັກ​ວັກ​ຊິນ​ໂຄວິດ-19 ຫຼື “ໜັງ​ສື​​ຜ່ານ​ແດນ​ວັກ​ຊິນ”​ໃຫ້​ເປັນ​ເອ​ກະ​ພາບ​ກັນ ທີ່ໃຊ້​ເພື່ອ​ການ​​ເດີນ​ທາງ​ລະ​ຫວ່າງ​ຊາດ. ໃບ​ຢັ້ງ​ຢືນ​ດັ່ງ​ກ່າວ​ພຽງ​​ແຕ່ຮັບ​ຮອງວັກ​ຊິນ​ທີ່​ໄດ້​​ຈົດ​ທະ​ບຽນ ແລະ ຖືກ​ຢືນ​ຢັນ​ໂດຍ​ທາງ​ການ​ຂອງ​ໄທ ແລະ ວັກ​ຊິນ​ທີ່​ຖືກ​ຢືນ​ຢັນໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO.

 

ລັດ​ຖະ​ບານ​ໄທ​ປະ​ກາດ​ຕົວຢ່າງ “ໜັງ​ສື​​ຜ່ານ​ແດນ​ວັກ​ຊິນ” ຢ່າງ​ເປັນ​ທາງ​ການ_fororder_1618924353879_270_428x520

 

    “ໜັງ​ສື​​ຜ່ານແດນ​ວັກ​ຊິນ” ອອກ​ໃຫ້​ໂດຍ​ກົມ​ຄວບ​ຄຸມ​ພະ​ຍາດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ, ຕ້ອງ​ມີ​​ລາຍ​ເຊັນ​ຂອງ​ຫົວ​ໜ້າ​​ກົມ​ຄວ​ບ​ຄຸມ​ພະ​ຍາດ ຫຼື ຜູ້​ທີ່​ໄດ້​ຮັບ​ສິດ​ລົງ​ລາຍ​ເຊັນ ພ້ອມ​ທັງ​ກາ​ປະ​ທັບ​ຂອງ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຈິ່ງ​​ມີ​ຜົນ​ໃຊ້​ໄດ້. ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ດ້ານ​ການ​​ເດີນ​ທາງ​ລະ​ຫວ່າງ​ຊາດ, ​ໜັ​ງ​ສື​ຜ່ານ​ແດນ​ວັກ​ຊິກ​ທັງ​ໝົດ​ຈຶ່ງໃຊ້​ພາ​ສາ​ອັງ​ກິດ​​ໃຫ້​ເປັນເອ​ກະ​ພາບ​ກັນ.

ຄຳ​ເຫັນ

0