秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງສາທາລະນະສຸກໄທຈະປະຕິບັດແຜນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການຢູ່ເຮືອນ

2021-04-21 14:27:14 cri

ໃນ​ປະ​ເທດ​ໄທ, ຜູ້​ທີ່​ຖືກ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ໂຄວິດ-19 ​ເພີ່​ມ​ໃໝ່​​ຕໍ່​ມື້​ມີ ຫຼາຍກວ່າ 1.000 ກໍ​ລະ​ນີ​ເປັນ 7 ມື້​ລຽນ​ຕິດ. ລະ​ບົບ​ສາ​ທາ​ລ​ະ​ນະ​ສຸກຂອງ​ໄທ​ກຳ​ລັງ​ຜະ​ເຊີນ​ໜ້າ​ກັບ​ຄວາມ​​ຫຍຸ້ງ​ຍາກ​ຢ່າງຫຼວງຫຼາຍ, ​ຢູ່ນະ​ຄອນຫຼວງ​ບາງກອກ ແລະ​ທ້ອງ​ຖິນ​ອື່ນໆ ໄດ້​ເກີດ​ມີ​ກໍ​ລະ​ນີ​ທີ່​​ໂຮງ​ໝໍ​ຂາດ​ແຄນ​ຕຽງ​ຄົນ​ເຈັບ.

ເພື່ອ​ຮັບ​ມື​ກັບ​ສະ​ພາບ​ທີ່​ອາດ​ຈະ​ເກີດ​ຂຶ້ນ ຄື: ຈຳ​ນວນ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນເປັນ​ຈຳ​ນວນຫຼວງຫຼາຍ​ຢ່າງ​ຕໍ່​ເນື່ອງ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້ວາງ​ແຜນ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອໂຄວິດ-19 ​ທີ່​ບໍ່​ສະ​ແດງອາ​ການຢູ່​ເຮືອນ ເຊິ່ງ​ຈະ​ອະ​ນຸ​ຍາດ​ໃຫ້ຜູ້​ຕິດ​ເຊື້ອ​ທີ່​ບໍ່​ສະ​ແດງອາ​ການ​ນັ້ນ ກັກ​ບໍ​ລິ​ເວນ​ຢູ່​​ເຮືອນ ພ້ອມ​ທັງ​ຮັບ​ການ​ປິ່ນ​ປົວ​ຈົນ​ຮອດ​ມື້​ທີ່​ປິ່ນ​ປົວ​ໃຫ້​ເຊົາ ເພື່ອ​ເຮັດ​ໃຫ້​ໂຮງ​ໝໍມີ​ຕຽງ​ຫວ່າງ​ໄວ້​ສຳ​ລັບ​ຄົນ​ເຈັບ​ທີ່​ມີ​ອາ​ການ​ໜັກ ແລະຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຂາດ​ແຄນ​ຕຽງ​ຄົນ​ເຈັບ​ໃນ​ປັດ​ຈຸ​ບັນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ: ​ແຜນ​ການ​ດັ່ງ​ກ່າ​ວ​ບໍ່​ແມ່ນ​ຈະ​ປະ​ຕິ​ບັດ​ໃນ​ທັນ​ທີ ​ເພາະ​ວ່າ​ປັດ​ຈຸ​ບັນ​​ນີ້ ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຍັງ​ມີຕຽງ​ຫວ່າງ 3000 ກວ່າ​ໜ່ວຍ, ນອກ​ນີ້, ຍັງ​ມີ​ຕຽງ​ໃນ​ໂຮງ​ໝໍ​ຊົ່ວ​ຄາວ ແລະ​ໂຮງ​ໝໍ​ດັດ​ແປງ​ຈາກໂຮງ​ແຮມ​ຢ່າງຫຼ​ວງຫຼາຍ ທີ່​ສາ​ມາດຮອງ​ຮັບ​ການ​ປິ່ນ​ປົວ​ຄົນ​ເຈັບ​ໄດ້.

ຄຳ​ເຫັນ

0