李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໂທ​ລະ​ສັບສົນ​ທະ​ນາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ

2021-04-24 14:41:24 cri

ຕອນ​ບ່າຍ​ວັນ​ທີ 23 ເມ​ສາ​ນີ້, ຢູ່​ທຳ​ນຽບ​ຈົ່ງ​ນານ​ໄຫ, ທ່ານ​ຫຼີ​ເຄີ້​ຊຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ ຈີນ ໄດ້​ໂທ​ລະ​ສັບສົນ​ທະ​ນາ​ກັບ​ທ່ານ​ພັນ​ຄຳ ວິ​ພາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​ ສ​ປ​ປ ລາວ.

ທ່ານ​ຫຼີ້​ເຄີ້​ຊຽງ​ກ່າວ​ວ່າ, ຈີນ​ກັບ​ລາວ​ມີ​ສາຍ​ພູ​​ແລະສາຍ​ນ້ຳ​ຕິດ​ຈອດ​ກັນ, ເປັນ​​ປະ​ເທດ​ຖານບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີມິດ​ຕະ​ພາບ​​ຕໍ່​ກັນ​ໃນ​ໄລ​ຍະ​ຍາວ​ນານ, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ມີ​ມາ​ແຕ່​ດົນ​ນານ​ແລະ​​ໄດ້​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ເລື້ອຍໆ. ຝ່າຍ​ຈີນ​ຖື​ເອົາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ​ເປັນ​ທິດ​ທາງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ອ້ອມ​ຂ້າງ​​ຂອງ​ຈີນມາ​ໂດຍ​ຕະ​ຫຼອດ. ໃນ​ຕົ້ນ​ປີ​ນີ້, ທ່ານ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທ​ານ​ປະ​ເທດ​ຈີນ ໄດ້​ໂທ​ລະ​ສັບສົນ​ທະ​ນາກັບ​ທ່ານ​ທອງ​ລຸນ​ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ, ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ທີ່​ສຳ​ຄັນ​ໃໝ່​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ປີ​ນີ້, ຈີນ​ກັບ​ລາວ​ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ​, ​ຈີນ​ຍິນ​ດີ​ຮ່ວມ​​ກັບ​ຝ່າຍ​ລາວ ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ທີ່​ມີ​ມິດ​ຕະ​ພາບ​​ຕໍ່​ກັນ, ລົງ​ເລິກ​ການ​ຮ່ວມ​ມືຕົວ​ຈິງ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດຮ່ວມ​ກັນ, ຊຸກ​ຍູ້​ການ​ສ້າງ​​ຄູ່​ຮ່ວມ​ຊາ​ຕະ​ກຳ​ຈີນ-ລາວໃຫ້​ມີ​ການ​ພັດ​ທະ​ນາໃໝ່.

​ທ່ານ​ຫຼີ​ເຄີ້​ຊຽງ​ຊີ້​ອອກວ່າ, ປີ​ນີ້​ພໍ​ດີ​ເປັນ​ປີ​ທີ່​ຈີນ​ກັບ​ອາ​ຊຽນ​ສ້າງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ, ​ແລະກໍ່​ແມ່ນ​ປີ​ຮ່ວມ​ມື​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ. ສອງ​ຝ່າຍ​ຄວນ​​ສຸມ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ອາ​ຊຽນໃຫ້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ແລະຍົກ​ລະ​ດັບ​ຂຶ້ນ​ອີກ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ​ ຫຼື RCEP ມີ​ຜົນ​ສັກ​ສິດ​ໂດຍ​ໄວ, ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ຄວາມ​ໝັ້ນ​ທ່ຽງຂອງ​ຕ່ອງ​ໂສ້​​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​​ການສະ​ໜອງ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ຄ້າ​ເສ​ລີ, ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ.

ທ່ານ​ພັນ​ຄຳ ວິ​ພາ​ວັນ​ກ່າວ​ວ່າ, ລາວ​ຍິນ​ດີ ​​ ຊຸກ​ຍູ້​ໃຫ້​ມິດ​ຕະ​ພາບ​​ອັນ​ເປັນມູນ​ເຊື້ອ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ​ແລະ​ກວ້າງ​ຂວາງກວ່າ​ເກົ່າ​ຢ່າງ​ຮອບ​ດ້ານ, ​ແລະຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕະ​ກຳ​ລາວ-ຈີນ​ໃຫ້ໄດ້​ຮັບ​ໝາກ​ຜົນ​ຫຼາຍກວ່າ​ເກົ່າ ບົນ​ພື້ນ​ຖານ​ນ້ຳ​ໃຈ 4 ດີ, ແລະ​ຖື​ການ​ສ້າງ​ຕັ້ງ​ສາຍ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ​ເປັນ​ໂອ​ກາດ. ລາວ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານກັບ​ຝ່າຍ​ຈີນ ​ໃນ​ດ້ານ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ-ຈີນ​ໃຫ້​ມີ​ການ​ພັດ​ທະ​ນາ​ຕື່ມ​ອີກ. ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0