黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ແລະ ທ່ານ​ທອ​ງ​ລຸນ ສີ​ສຸ​ລິດ​ໄດ້​ສົ່ງ​ສານ​ຊົມເຊີຍ​ເຊິ່ງ​ກັນ​ແລະ​ກັນ​ເນື່ອ​ງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາ​ງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ60ປີ

2021-04-25 21:47:18 cri

ວັນ​ທີ 25 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ ສ​ປ ຈີນ ແລະ ທ່ານ​ ທອ​ງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ​ໄດ້​ສົ່ງ​ສານ​ຊົມເຊີຍ​ເຊິ່ງ​ກັນ​ແລະ​ກັນ​ເນື່ອ​ງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາ​ງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ 60 ປີ

ໃນສານ​ຊົມ​ເຊີຍຂອງ ​ທ່ານ​ສີ​ຈິ້ນ​ຜິງ​ລະ​ບຸ​ວ່າ: ຈີນ ​ແລະ​ ລາວ​ເປັນ​​ປະ​ເທດ​ສັງ​ຄົມ​ນິ​ຍົມ​ ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ແລະ ຄູ່​ຮ່ວມ​ຊາ​ຕ​າກຳທີ່ໝັ້ນ​ຄົງ​ຂະ​ໜົງ​ແກ່ນ. ນັບ​ແຕ່​ສອງ​ປະ​ເທດໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດນຳກັນໃນ 60 ປີຜ່ານ​ມາ, ຈີນ ແລະ ລາວ​ມີ​ຄວາມ​ເຂົ້າ​ອົກເຂົ້າໃຈ​ກັນ ແລະ ມີການພົວ​ພັນ​ກັນ​ຢ່າງ​ຈິງ​ໃຈ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສອງຝ່າຍໄດ້ຍຶດ​ໝັ້ນການ​ເສີມ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ຕາມ 5 ຫຼັກ​ການຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ເຊິ່ງ​ເປັນການ​ເພີ່ມ​ພູນ​ຄູນ​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ, ເປັນ​ແບບ​ຢ່າງ​ນຳ​ໜ້າ​ໃນດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ພາຍຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ຈີນ​ ແລະ ລາວ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຈິດໃຈ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ ແລະ ຊ່ວຍ​ຊູ​ຍູ້​ໜູນ​​ກັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້​ນ​ວ່າ: ຂ້າພະເຈົ້າໄດ້ໃຫ້ຄວາມສໍາຄັນຢ່າງສູງຕໍ່ການພັດທະນາສາຍພົວພັນຈີນ-ລາວ, ຍິນດີສຸມຄວາມພະຍາຍາມຮ່ວມກັນກັບສະຫາຍ ໂດຍຖືເອົາການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວເປັນທິດຊີ້ນຳ, ສືບຕໍ່ຮັດແໜ້ນການໄປມາ ຫາສູ່ກັນລະຫວ່າງການນໍາຂັ້ນສູງ, ເພີ່ມທະວີການປະສານງານດ້ານຍຸດທະສາດ ,ລົງເລິກການຮ່ວມມືທີ່ເປັນຮູບປະທໍາ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ໃນ 60 ປີຕໍ່ໜ້າ, ເພື່ອໃຫ້ສອງຊາດສືບຕໍ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ,ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີຕະຫລອດກາລະນານ.

ໃນສານ​ຊົມ​ເຊີຍ​ຂອງ ​ທ່ານ​ ທອງ​ລຸນ ສີ​ສຸ​ລິດ​ ໄດ້ລະ​ບຸ​ວ່າ: ຂ້າພະເຈົ້າຂໍສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ ທີ່​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນທີ່ມີສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ ຍາດ​ມາ​ໄດ້​ໃນ​ພາ​ລະ​ກິດສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຝ່າຍ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ອັນລ້ຳ​ຄ່າ ແລະ ການ​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແຮງ​ໃຫ້​ແກ່​ຝ່າຍ​ລາວໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍຄືການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ການ​ພົວ​ພັນ​ລາວ-ຈີນ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ລາວ​ຍິນ​ດີ​ຮ່ວມກັນ​ກັບ​ຈີນ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ, ເປີດກວ້າງ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ທຸກ​ຂົງ​ເຂດ ແລະ ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ຕໍ່​ເນື່ອງ.

ມື້​ດຽວ​ກັນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ ຈີນ ແລະ ທ່ານ​   ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວກໍ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຊິ່ງ​ກັນ​ແລະ​ກັນ. ໃນສານ​ຊົມ​ເຊີຍ​ຂອງ​ທ່ານຫຼີ​ເຄີ້​ສຽງ​ລະ​ບຸ​ວ່າ: ໂດຍ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນໃໝ່​ຂອງ​ປະ​ຫວັດ​ສາດ, ຈີນ​ຍິນ​ດີ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ກັບ​ຝ່າຍ​ລາວ, ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້ຮັບ​ຜົນ​ປະ​ໂຫຍດ, ຈັດຕັ້ງການສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ 60 ປີ ແລະ ຈັດ​ກິດ​ຈະ​ກຳ​ປີ​ມິດ​ຕະ​ພາບ​ຈີນ-ລາວ​ໃຫ້​ດີ, ເພີ່ມ​ພູນ​ຄູນ​ສ້າງ​ເນື້ອ​ໃນ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໃຫ້ອຸດົມສົມບູນຢ່າ​ງ​ບໍ່​ຢຸດ​ຢັ້ງ, ເພີ່ມ​ພະ​ລັງ​ຊຸກ​ດັນ​ອັນ​ແຂງ​ແຮງ​ໃຫ້​ແກ່​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ໃນສານ​ຊົມ​ເຊີຍ​ຂອງ​ ທ່ານ ​ພັນ​ຄຳ ວິ​ພາ​ວັນ​ ໄດ້ລະ​ບຸ​ວ່າ: ຝ່າຍ​ລາວ​ຈະເອົາໃຈໃສ່ທະ​ນຸ​ຖະ​ໜອມ​ການ​ພົວ​ພັນ​ມິດ​ຕະ​ພາບ​ລາວ-ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ເສີ​ມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ດີ​ງາມ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງເພື່ອສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ ໃຫ້ນັບມື້ນັບປະກົດຜົນເປັນຈິງ

ທ່ານ ​ສີ​ຈິ້ນ​ຜິງ ແລະ ທ່ານ ​ທອ​ງ​ລຸນ ສີ​ສຸ​ລິດ​ໄດ້​ສົ່ງ​ສານ​ຊົມເຊີຍ​ເຊິ່ງ​ກັນ​ແລະ​ກັນ​ເນື່ອ​ງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາ​ງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ 60 ປີ_fororder_微信图片_20210425214616

 

ຄຳ​ເຫັນ

0