黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ນຳ​ຂັ້ນ​ສູງ​ຂອງ​ລາວໄດ້ຮັບໂທລະເລກອວຍພອນຈາກ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ ​ສປ ຈີນ

2021-04-25 21:45:15 cri

ຂປລ. ໃນວັນທີ 25 ເມສາ 2021 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ​ໄດ້​ຮັບ​ໂທລະ​ເລກ​ອວຍພອນຈາກ​ ສະຫາຍ ສີຈິນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ ​ເນື່ອງ​ໃນ​ໂອກາດ ການສ້າງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ປະຊາຊົນຈີນ ແລະ ສາທາລະນະລັດປະ ຊາທິປະໄຕປະຊາຊົນລາວຄົບຮອບ 60

​ເນື້ອ​ໃນ​ສານ​ລະບຸ​ວ່າ: ເນື່ອງໃນໂອກາດການສ້າງສາຍພົວພັນການທູດລະຫວ່າງສາທາລະນະລັດ ປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 60 ປີ ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ ລັດຖະບານ ແລະ ປະຊາຊົນແຫ່ງສປຈີນ ແລະ ໃນນາມສ່ວນຕົວ ຂໍສະ ແດງຄວາມຍິນດີຊົມເຊີນຢ່າງອົບອຸ່ນມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກປະຊາຊົນປະຕິວັດລາວ ລັດຖະບານ ແລະ ປະຊາຊົນ ບັນດາເຜົ່າແຫ່ງ ສປປ ລາວ.

ປະເທດຈີນກັບປະເທດລາວ ເປັນປະເທດສັງຄົມນິຍົມ, ບ້ານໃກ້ເຮືອນຄຽງ ແລະ ຄູຮ່ວມຊາ ຕາກໍາທີ່ໝັ້ນຄົງຂະໜົງແກ່ນ.ໃນ 60 ປີ ທີ່ຜ່ານມາ, ປະເທດຈີນ ກັບປະເທດລາວ ມີການເຂົ້າໃຈຕໍ່ກັນ ແລະ ພົວພັນກັນຢ່າງຈິງໃຈສະເໝີຕົ້ນສະເໝີປາຍ, ຍຶດໝັ້ນເສີມຂະຫຍາຍ ແລະ ປະຕິບັດຕາມຫລັກ ການ 5 ປະການຢູ່ຮ່ວມກັນໂດຍສັນຕິ, ເຊິ່ງໄດ້ເພິ່ມພູນຄູນສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ,ເປັນແບບຢ່າງນໍາໜ້າທາງດ້ານການພົວພັນລະຫວ່າງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ. ພາຍຫລັງການແຜ່ລະບາດພະຍາດໂຄວິດ-19, ປະເທດຈີນກັບປະເທດລາວ ຮ່ວມໃຈຮ່ວມແຮງໃນການຕ້ານພະຍາດ, ເຊິ່ງໄດ້ສະແດງໃຫ້ເຫັນນໍ້າໃຈຄູ່ຮ່ວມຊາຕາກໍາທີ່ຮ່ວມທຸກຮ່ວມສຸກ ແລະ ຊ່ວຍເຫລືອອູ້ມຊູເຊິ່ງກັນ ແລະ ກັນ. ໃນເດືອນມັງກອນປີນີ້ ຂ້າພະເຈົ້າໄດ້ສົນທະນາທາງໂທລະສັບກັບສະຫາຍ ແລະ ໄດ້ຕົກລົງເປັນເອກະພາບກັນຈະຊຸກຍູ້ການພົວພັນຮ່ວມມືໃນຂົງເຂດຕ່າງໆໃນສະພາບການໃໝ່ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ ທັງໄດ້ປະກາດເລີ່ມຕົ້ນປີມິດຕະພາບຈີນ-ລາວ ຢ່າງເປັນທາງການ.

ຂ້າພະເຈົ້າໃຫ້ຄວາມສໍາຄັນຢ່າງສູງ ຕໍ່ການພັດທະນາສາຍພົວພັນຈີນ-ລາວ, ຍິນດີພະຍາຍາມຮ່ວມກັນກັບສະຫາຍ ເພື່ອຖືການຈັດຕັ້ງປະຕິບັດແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວເປັນສາຍຫລັກ ຮັດແໜ້ນການໄປມາ ຫາສູ່ກັນລະຫວ່າງການນໍາຂັ້ນສູງ ເພີ່ມທະວີການປະສານແບບຍຸດທະສາດ ລົງເລິກການຮ່ວມມືທີ່ເປັນຮູບປະທໍາ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ກ້າວຂຶ້ນສູ່ລະດັບໃໝ່ໃນ 60 ປີຕໍ່ໜ້າ ເຮັດໃຫ້ປະຊາຊົນສອງຊາດ ເປັນບ້ານໃກ້ເຮືອນຄຽງທີ່ດີເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີຕະຫລອດກາລະນານ.

ຂໍອວຍພອນ​ໃຫ້ ສປປ ລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມຜາສຸກ.

ຂໍອວຍພອນໃຫ້ມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງຊາດຈີນ-ລາວ ຈົ່ງສືບທອດໄປເຖິງເຊັ່ນລູກເຊັ່ນຫລານ ແລະ ໝັ້ນຄົງຂະນົງແກ່ນ.

​ໃນ​ໂອກາດດຽວກັນ​, ສະຫາຍ ພັນ​ຄໍາ ວິພາ​ວັນ ນາຍົກລັດຖະມົນຕີ ​ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ​ໄດ້​ຮັບ​ໂທລະ​ເລກ​ອວຍພອນຈາກ ສະຫາຍ ຫລີ​ເຄີ້ສຽງ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດປະຊາຊົນຈີນ, ສະຫາຍ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສະ​ພາ​ແຫ່ງ​ຊາດ​ ​ແຫ່ງ ສປປ ລາວ ກໍ​ໄດ້​ຮັບ​ໂທລະ​ເລກ​ອວຍພອນ ຈາກ ສະຫາຍ ລີ້​ຈ້າ​ນຊູ ປະທານ​ສະພາ​ຜູ້​ແທນ​ປະຊາຊົນທົ່ວ​ປະ​ເທດ​ຈີນ, ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແຫ່ງ ສປປ ລາວ ກໍ​ໄດ້​ຮັບ​ໂທລະ​ເລກ​ອວຍພອນຈາກ ສະຫາຍ ຫວ່າງ​ຢາງ ປະທານ​ສະພາ ​ທີ່​ປຶກສາ​ການ​ເມືອງ​ທົ່ວ​ປະ​ເທດ​ຈີນ ​ແລະ ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ກໍ​ໄດ້​ຮັບ​ໂທລະ​ເລກ​ອວຍພອນຈາກ ສະຫາຍ ຫວາງອີ້ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປຈີນ ​ເຊັ່ນ​ດຽວກັນ ​ເນື່ອງ​ໃນ​ໂອກາດການສ້າງສາຍພົວພັນການທູດລະຫວ່າງ ສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 60 ປີ.

 

 

 

 

ຄຳ​ເຫັນ

0