蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​​ຜູ້​ນຳອາ​ຊຽນ​ສະ​ໄໝ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ

2021-04-25 10:42:57 CRI

ຕອນ​ບ່າຍ​ວັນ​ທີ 24 ເມ​ສາ​ນີ້, ກອງ​ປະ​ຊຸມ​​ຜູ້​ນຳອາ​ຊຽນ​ສະ​ໄໝ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາປະ​ເທດ​ອິນ​ໂດ​ເນ​ເຊຍ.

ຜູ້​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລວມ​ມີ​ຜູ້​ນຳ​ບ​ຣູ​ໄນ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ ຫວຽດ​ນາມ, ທ່ານ​ມິນ​ອອງ​ລາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ປະ​ເທດ​ມຽນ​ມາ ພ້ອມ​ດ້ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ສ​ປ​ປ ລາວ, ໄທ ແລະ ຟີ​ລິບ​ປິນ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ເມ​ສາ​ນີ້, ທ່ານ​ເຣດ​ໂນ ມາ​ຊູ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ນີ້​ແມ່ນກອງ​ປະ​ຊຸມ​ຜູ້​ນຳ​ອາ​ຊຽນ​ແບບອັອ​ຟ​ລາຍ ຫຼື​ແບບ​ເຊິ່ງ​ໜ້າ​ກັນຄັ້ງ​ທຳ​ອິດ​ ພາຍຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ສະ​ຖາ​ນະ​ການ​ໃນ​ປະ​ເທດ​ມຽນ​ມາ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ອາ​ຊຽນ​ທີ່​ຢາກ​ຊ່ວຍ​ມຽນ​ມາ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ກອງ​ປະ​ຊຸມ​ພາຍ​ໃນ ແລະ ຈັດ​ເປັນ​ເວ​ລາ 1 ວັນ. ເພື່ອ​ຮັບ​ປະ​ກັນ​ໃຫ້​ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ຢ່າງ​ປອດ​ໄພ, ອິນ​ໂດ​ເນ​ເຊຍ​ໄດ້​ຈັດວາງ​ກຳ​ລັງຕຳຫຼວດ​ເກືອບ 4.400 ຄົນ ໄປ​ປະ​ຈຳ​ການ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ, ສະ​ໜາມ​ບິນ, ໂຮງ​ແຮມ, ສຳ​ນັກ​ງານກອງ​ເລ​ຂາ​ອາ​ຊຽນ ແລະ ແຫ່ງ​ອື່ນໆ.

ຄຳ​ເຫັນ

0