尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ທັບ​ອິນ​ໂດ​ເນ​ເຊຍ​ໄດ້​ຢືນ​ຢັນ​ວ່າ​ເຮືອດຳ​ນ້ຳ​ທີ່​ຂາດ​ການ​ຕິດ​ຕໍ່​ກັບ​ພາກ​ພື້ນ​ດິນ​​ຈົມ​ລົງ​ທະ​ເລ​ແລ້ວ

2021-04-25 16:47:57 cri

      ວັນ​ທີ 24 ເມ​ສາ​ນີ້, ທ່ານ ຮາ​ດີ ຈາ​ຈານ​ໂຕ ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກາດ​ຢູ່​ເກາະ​ບາ​ຫຼີ​ວ່າ: ອີງ​ຕາມ​ຫຼັກ​ຖານ​ໃນ​ປັດ​ຈຸ​ບັນ, ເຮືອ​ດຳ​ນ້ຳ​ທີ່​ຂາດ​ການ​ຕິດ​ຕໍ່​ກັບ​ພາກ​ພື້ນ​ດິນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ຈົມ​ລົງ​ທະ​ເລ​ແລ້ວ.
 

     ທ່ານ​ຮາ​ດີ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ: ທີມ​ງານ​ຄົ້ນ​ຫາແລະ​ຊ່ວຍ​ເຫຼືອ​ຂອງກອງ​ທັບ​ອິນ​ໂດ​ເນ​ເຊຍ​ໄ​ດ້​ພົບ​ເຫັນ​ຄາບ​ນ້ຳ​ມັນ​​ທີ່​ຮົ່ວ​ໄຫຼ​ແລະ​ສິ້ນ​ສ່ວນ​ເຮືອ​ດຳ​ນ້ຳຂາດ​ການ​ຕິດ​ຕໍ່​ກັບ​ພື້ນ​ດິນ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ເກາະ​ບາ​ຫຼີ ເຊິ່ງ​ລວມ​ທັງ​ເຄື່ອງ​ປັບ​ຄວາມ​ຊື່​ຂອງ​ທໍ່​ຕໍ​ປີ​ໂດ, ຖົງ​ທໍ່​ລົດ​ຄວາມ​ຮ້ອນແລະ​ອື່ນໆ, ແລະ​ຍັງ​ມີ​ເບາະ​ທີ່​ໃຊ້​ເຮັດ​ພິ​ທີ​ທາງ​ສາດ​ສະ​ໜາ​ຂອງ​ນາຍ​ແລະ​ພົນ​ທະ​ຫານ.
 

      ທ່ານ ຮາ​ດີ ກ່າວ​ວ່າ: ​ອົກ​ຊີ​ຢູ່​ໃນ​ເຮືອ​ດຳ​ນ້ຳ​ທີ່​ເກີດ​ເຫດ​​ສາ​ມາດ​ໃຊ້​ໄດ້ພຽງ​ແຕ່ 72 ຊົ່ວ​ໂມງ​ເທົ່າ​ນັ້ນ, ແລະ​ໄດ້​ໃຊ້​​ຈົນ​ໝົດ​ແລ້ວ​ເມື່ອຮອດ​ຕອນ​ຮຸ່ງ​ເຊົ້າ​ຂອງວັນ​ທີ 24 ເມ​ສາ​ນີ້. ເຖິງວ່າ​ນາຍ​ແລະ​ພົນ​ທະ​ຫານ 53 ຄົນ​ຢູ່​ໃນ​ເຮືອ​ດຳ​ນ້ຳ​ຍັງ​ບໍ່​ຮູ້​ຊາ​ຕາ​ກຳ​ວ່າ​ຈະ​ລອດ​ຊີ​ວິດ​ຫຼື​ບໍ່,ແຕ່​ຄາດ​ວ່າ​ຈະ​ປະ​ສົບ​ເຄາະ​ຮ້າຍ​​ແລ້ວ. ທ່ານ​ຮາ​ດີ​ຕາງ​ໜ້າ​​ໃຫ້ກອງ​ທັບ​ປະ​ຊາ​ຊົນ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ສະ​ແດງ​ຄວາມ​ເສຍ​ໃຈ​ແລະ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ເຫດ​ການ​ເສຍ​ຊີ​ວິດ​ໝູ່​ໃນ​ຄັ້ງ​ນີ້.

ຄຳ​ເຫັນ

0