徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກຊີນປ້ອງກັນໂຄວິດ-19 ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ

2021-04-26 22:24:20 cri

ວັກຊີນປ້ອງກັນໂຄວິດ-19 ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ._fororder_微信图片_20210426222133

   ວັກຊີນປ້ອງກັນໂຄວິດ-19 ຊະນິດຊີໂນຟາມ( Sinopharm Vaccines) ຈໍານວນ 300.000 ໂດດໄດ້ມາຮອດປະເທດລາວ ໃນຕອນຄໍ່າ ຂອງວັນທີ 26 ເມສາ 2021ນີ້ ເຊິ່ງເປັນຄັ້ງທີສາມ ທີ່ ສປ ຈີນໄດ້ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ໂດຍມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ແລະຜູ້ຕາງໜ້າຈາກສະຖານທູດຈີນປະຈຳລາວຮ່ວມກັນຕ້ອນຮັບຢູ່ທີ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ.

ວັກຊີນປ້ອງກັນໂຄວິດ-19 ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ._fororder_微信图片_20210426222147


​    ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ວັກຊີນປ້ອງກັນໂຄວິດ-19 ທີ່ໄດ້ຮັບການຊວ່ຍເຫຼືອລ້າຈາກ ສປ ຈີນຮອບທຳອິດລວມມີ 300.000 ໂດດໄດ້ຖືກມອບ-ຮັບເມື່ອຕົ້ນເດືອນກຸມພາ ແລະຮອບສອງຈຳນວນ 800.000 ໂດດໄດ້ຈັດພິທີມອບ-ຮັບເມື່ອທ້າຍເດືອນມີນາຂອງປີນີ້  ເຊິ່ງລວມການຊວ່ຍເຫຼືອທັງ 3 ຄັ້ງ ແລ້ວ ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈາກ ສປ ຈີນແລ້ວລວມເປັນ 1.400.000 ໂດດ. 

 

ວັກຊີນປ້ອງກັນໂຄວິດ-19 ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ._fororder_微信图片_20210426222151


     ຂໍ້ມູນຍັງບອກຕື່ມວ່າ: ວັກຊີນຈໍານວນ 300.000 ໂດດ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ຈະມີການມອບ-ຮັບຢ່າງເປັນທາງການອີກເທື່ອໜຶ່ງ.

 

ວັກຊີນປ້ອງກັນໂຄວິດ-19 ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ._fororder_微信图片_20210426222154


    ໃນໄລຍະຜ່ານມາທາງການລາວໄດ້ຈັດຕັ້ງປະຕິບັດສັກວັກຊີນເຫຼົ່ານັ້ນ ໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງໃນການປະຕິບັດງານເຊັ່ນ ເຈົ້າໜ້າທີ່ສາທາລະນະສຸກ, ເຈົ້າໜ້າທີ່ຕ່າງໆຂອງລັດ ແລະການນໍາຂັ້ນສູງ ລວມທັງປະຊາຊົນລາວຈໍານວນຫຼວງຫຼາຍ  ທີ່ມີຄວາມຈໍາເປັນຕ້ອງການສັກວັກຊີນ ເຊິ່ງເຫັນວ່າວັກຊີນຊີໂນຟາມຂອງຈີນແມ່ນມີປະສິດທິພາບ ແລະມີຄວາມປອດໄພສູງ ຈົນຮອດປັດຈຸບັນທາງການລາວຍັງໄດ້ປະກາດໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ຢາກສັກຢາວັກຊີນດັ່ງກ່າວ ສາມາດໄປສັກໄດ້ຢູ່ຕາມໂຮງຫມໍທີ່ລັດໄດ້ກໍານົດໄວ້.

ວັກຊີນປ້ອງກັນໂຄວິດ-19 ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ._fororder_微信图片_20210426222201

ວັກຊີນປ້ອງກັນໂຄວິດ-19 ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ._fororder_微信图片_20210426222157

ຄຳ​ເຫັນ

0