徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ເຫດ​ລະ​ເບີດ 2 ຄັ້ງລຽນ​ຕິດ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ

2021-04-26 16:58:07 CRI

ຕາມ​ຂ່າວCRI:ໃນ​ເວ​ລາ 14 ໂມງ​ຂອງວັນ​ທີ 25 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຫ້ອງ​ການ​ແຫ່ງ​ໜຶ່ງ​ທີ່​ເຂດ​ອິນ​ເຊນ​ໃນນະ​ຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​, ຜູ້​ເຫັນ​ເຫດ​ການ​ກ່າວ​ວ່າ: ​ໃນ​ເວ​ລາ​ເກີດ​ເຫດ​ການ​ໄດ້​ຍິນ​ສຽງ​ລະ​ເບີດ​ດັງ​ຂຶ້ນ 3 ເທື່ອ​ລຽນ​ຕິດ; ຫຼັງ​ຈາກ​ນັ້ນ​ຮອດ​ເວ​ລາ​ປະ​ມານ 17 ໂມງ 30 ນາ​ທີ, ​ທະ​ນາ​ຄານ​ການ​ຄ້າ​ຂອງມ​ຽນ​ມາ​ແຫ່ງ​ໜຶ່ງ​ຢູ່​ເຂດ​ທິງ​ກັງ​ຢວນ​ໃນ​ນະ​ຄອນຫຼວງ​ເນ​ປີ​ດໍ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ເຊັ່ນ​ກັນ, ເຫດ​ການ​ລະ​ເບີດ​ສອງ​ຄັ້ງ​ບໍ່​ມີ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ​, ມີພຽງ​ແຕ່​​ສິ່ງ​ກໍ່​ສ້າງ​ພາກ​ສ່ວນ​ໜຶ່ງ​ໄດ້​ຖືກ​ທຳ​ລາຍ, ຫຼັງ​ຈາກ​ລະ​ເບີດ​ແຕກ​ຂຶ້ນ​ແລ້ວໄດ້​ມີ​ທະ​ຫານ​ແລະ​ຕຳ​ຫຼວດ​ຈຳ​ນວນ​ຫຼວງ​ຫຼາຍ​ມາ​ເຖິງບ່ອນ​ເກີດ​ເຫດ​, ແລະ​ໄດ້​ປິດ​ລ້ອມ​ບ່ອນ​ເກີດ​ເຫດ​.

 

ປັດ​ຈຸ​ບັນ​ນີ້, ຕໍາຫຼວດ​ກຳ​ລັງ​ດຳ​ເນີນ​ການສຳ​ຫູວດ​ພື້ນ​ທີ່​ເກີດ​ການ.

 

ຄຳ​ເຫັນ

0