徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ-ຈີນ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ແບບທາງໄກ ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ

2021-04-26 22:27:55 cri

ລາວ-ຈີນ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ແບບທາງໄກ ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ_fororder_微信图片_20210426222551

  ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໃນຮູບແບບທາງໄກ ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2021 ນີ້, ທີ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງປັກກິ່ງ ສປ ຈີນ ຕາງໜ້າຝ່າຍລາວເຊັນ ໂດຍ ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖວທ ແລະຝ່າຍຈີນ ເຊັນໂດຍ ທ່ານ ຈ່າງ ຈ່ຽນສູນ ຮອງຫົວໜ້າໂຄສະນາສູນກາງພັກກອມມູນິດຈີນ ໂດຍມີ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ພ້ອມດ້ວຍ ທ່ານ ສິນເສິນ ທີ່ປຶກສາສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ປະສານງານໂຄງການ ປະຈຳ ສປປ ລາວ ເຂົ້າຮ່ວມ ເປັນສັກຂີພິຍານ.

ລາວ-ຈີນ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ແບບທາງໄກ ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ_fororder_微信图片_20210426222559

       ການລົງນາມບົດບັນທຶກການຮ່ວມມື ວ່າດ້ວຍໂຄງການແປ ແລະຈັດພິມບົດປະພັນວັນນະຄະ ດີ ທີ່ໂດດເດັ່ນ ລະຫວ່າງ ລາວ-ຈີນ ຄັ້ງນີ້, ເປັນຂໍ້ລິເລີ່ມຂອງຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ໂດຍມີຈຸດປະສົງ ຮ່ວມມືກັບຝ່າຍ ລາວ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອເອົາບັນດາປື້ມເກົ່າແກ່ ແລະ ມີສື່ສຽງຂອງລາວ ແລະ ຈີນ ຫຼາຍກວ່າ 50 ຫົວ ເລື່ອງ ນຳມາແປເປັນພາສາຂອງຝ່າຍໃດຝ່າຍໜຶ່ງ ໃນໄລຍະເວລາ 5 ປີ. ຄຽງຄູ່ກັນນັ້ນ, ຂໍ້ລິເລີ່ມຮ່ວມມືດັ່ງກ່າວ ກໍເປັນໜຶ່ງກິດຈະກຳ ທີ່ນອນຢູ່ໃນ 15 ກິດຈະກຳ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອປະກອບສ່ວນສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 60 ປີ (25 ເມສາ 1961-25 ເມສາ 2021) ທີ່ຝ່າຍ ລາວ ຈະໄດ້ຈັດຕັ້ງປະຕິບັດຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ, ແຕ່ຍ້ອນອີງໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ, ເຮັດໃຫ້ການໄປມາຫາສູ່ກັນ ມີຄວາມຫຍຸ້ງຍາກ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມເກີດຂຶ້ນຢູ່ໃນນະຄອນຫຼວງວຽງຈັນ ໃນຂະນີ້ ຈຶ່ງເຮັດໃຫ້ການ ຈັດຕັ້ງປະຕິບັດພິທີລົງນາມດັ່ງກ່າວ, ດຳເນີນໄປໂດຍພາຍໃຕ້ການປະຕິບັດຄຳສັ່ງຂອງນາຍົກລັດຖະ ມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19. ໂດຍສະເພາະການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນໄດ້ດຳເນີນໄປຢ່າງກະທັດຫັດ ແຕ່ຫັດກຸມຮອບດ້ານ. 

ລາວ-ຈີນ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ແບບທາງໄກ ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ


       ທ່ານ ນາງ ຫວັງ ຊິນ ຢາງ ຜູ້ອຳນວຍການ ບໍລິສັດ ວຽງຈັນ ມີເດຍ ຈຳກັດ ໃນນາມເປັນຜູ້ປະສານງານຕາງໜ້າໃຫ້ແກ່ອົງການຂ່າວສານ ແລະ ພິມຈຳໜ່າຍແຫ່ງຊາດຈີນ ທີ່ຂຶ້ນກັບຄະນະໂຄ ສະນາອົບຮົມສູນກາງພັກ ສປ ຈີນ ແລະ ເປັນຄູ່ຮ່ວມມືກັບຝ່າຍ ລາວ ໃນການຈັດຕັ້ງປະຕິບັດໂຄງການ ໄດ້ສະແດງຄວາມຂອບໃຈ ຕໍ່ການນຳ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະຖານທູດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳ ສປປ ລາວ ທີ່ເປີດໂອກາດໃຫ້ພາກທຸລະກິດ ໄດ້ເຂົ້າມາມີສ່ວນຮ່ວມ ແລະ ຈັດຕັ້ງປະຕິບັດໂຄງການ ຮ່ວມກັບພາກລັດ ໃນການພັດທະນາຂະແໜງວັດທະນະທຳ ເວົ້າລວມ, ເວົ້າສະເພາະ ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໃນຂະແໜງການພິມຈຳໜ່າຍ ໃນການເຂົ້າຮ່ວມໂຄງການແປປື້ມທີ່ມີຊື່ສຽງໂດ່ງດັ່ງໃນຄັ້ງນີ້. ພ້ອມດຽວກັນນັ້ນ, ການຮ່ວມມືດັ່ງກ່າວ ຍັງຈະສົ່ງຜົນດີໃຫ້ແກ່ນ້ອງເຍົາວະຊົນ ໄດ້ປູກຈິດສຳນຶກ ກ່ຽວກັບຄວາມມັກຮັກການອ່ານ, ເຊິ່ງຈະເປັນວຽກງານທີ່ມີປະໂຫຍດໃຫ້ແກ່ນ້ອງເຍົາວະຊົນ ໂດຍສະ ເພາະນັກຮຽນນັກສຶກສາ ທີ່ກຳລັງສຶກສາຮໍ່າຮຽນພາສາຈີນ ນໍາອີກດ້ວຍ.

ຄຳ​ເຫັນ

0