秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຊ່ຽວຊານການແພດໄທຊີ້ອອກວ່າ: ເຊື້ອພະຍາດໂຄວິດ-19 ກາຍພັນ ເຮັດໃຫ້ກໍລະນີຄົນເຈັບອາການໜັກ ແລະເສຍຊີວິດຢູ່ປະເທດຕົນເພີ່ມຂຶ້ນຢ່າງຫຼວງຫຼາຍ

2021-04-28 15:59:20 cri

ວັນ​ທີ 27 ເມ​ສາ​ນີ້, ທ່ານ ດ​ຣ. ປະ​ສິດ ວັດ​ນາ​ພາ, ຜູ້​ຊ່ຽວ​ຊານທາງ​ການ​ແພດ​ທີ່​ມີ​ຊື່​ສຽງ​ຂອງ​ໄທ​ຊີ້​ອອກວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ແຜ່​ລະ​ບາດ​ໃນ​ຮອບ​ນີ້ ແມ່ນ​ເຊື້ອ​ພະ​ຍາດ​ກາຍ​ພັນ​ແລ້ວ ເຊິ່ງສາ​ມາດ​ແຜ່​ລະ​ບາດ​ໄດ້​ຢ່າງວ່ອງ​ໄວ, ​ເຮັດ​ໃຫ້​ມີ​ຜູ້​ຕິດ​ເຊື້ອ​ອາ​ການ​ໜັກ ແລະ​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ນັບ​ແຕ່​ຖືກ​ບົ່ງ​ມະ​ຕິ​ຕິ​ດ​ເຊື້ອ​ຈົນ​ຮອດ​ເສ​ຍ​ຊີ​ວິດ ສະ​ເລ່ຍ​ແລ້ວ​ໃຊ້​ເວ​ລາ​ພຽງ​ແຕ່ 7 ຫາ 10 ມື້​ເທົ່າ​ນັ້ນ. ທ່ານ ດ​ຣ. ປະ​ສິດ ​ວັດ​ນາ​ພາ ເຫັນ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຮອບ​ນີ້​ແມ່ນ​ກ່ຽວ​ຂ້ອງ​ກັບ​ມື້​ພັກ​ບຸນ​ປີ​ໃໝ່​ໄທ​​ກ່ອນ​ໜ້າ​ນີ້​ບໍ່​ດົນ, ພ້ອ​ມ​ທັງ​ໄດ້​ຄາດ​ວ່າ: ໃນ​ໄລ​ຍະ​ຕໍ່​ໄປ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທີ່​ເພີ່ມ​ໃໝ່​ໃນແຕ່​ລະມື້​ອາດ​ຈະ​ມີຫຼາຍ​ສິບ​ຄົນ. ທ່ານ ດ​ຣ. ປະ​ສິດ ​ວັດ​ນາ​ພາ ​ຍັງກ່າວ​ຕື່ມ​ອີກວ່າ: ຄຽງ​ຄູ່​ກັບ​ກໍ​ລະ​ນີ​ຄົນ​ເຈັບທີ່​ມີ​ອາ​ການ​ໜັກ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຄວາມ​ຕ້ອງ​ການ​​ພະ​ນັກ​ງານ​ການ​ແພດ, ອຸ​ປະ​ກອນ​ການ​ແພດ, ຕຽງ​ຄົນ​ເຈັບ ແລະ​ຢາ​ປິ່ນ​ປົວ ກໍ​ຈະ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ, ແຕ່​ຈຳ​ນວນ​ພະ​ນັກ​ງານ​ການ​ແພດ​ບໍ່​ສາ​ມາດ​ເພີ່ມ​ຂຶ້ນ​​ໄດ້ໃນ​ໄລ​ຍະ​​ອັນສັ້ນ.

ຄຳ​ເຫັນ

0