郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ສິ້ນ​ສຸດ​ມາດ​ຕະ​ການ​ເຊົາ​ໃຊ້​ເນັດ8ຊົ່ວ​ໂມງ​ຕໍ່​ມື້

2021-04-28 14:44:19 cri

   ນັບ​ແຕ່​ວັນ​ທີ27ເມ​ສານີ້​ເປັນ​ຕົ້ນ​ໄປ,​ມາດ​ຕະ​ການ​ຢຸດ​ການ​ບໍ​ລິ​ການ​ທາງ​ອິນ​ເຕີ​ເນັດ8ຊົ່ວ​ໂມງແຕ່​ເວ​ລາ1​ໂມງ​ຫາ9ໂມງຂອງ​ແຕ່​ລະ​ເຊົ້າ​, ເຊິ່ງໄດ້​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ15ກຸມ​ພາ​ຢູ່​ມຽນ​ມາ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ນັບ​ລວມ​ແລ້ວ​ເປັນ​ເວ​ລາ71ວັນ,ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ແລະ​ວຽກ​ງານ​ຂອງ​ປະ​ຊາ​ຊົນ​ຈຳ​ນວນ​ຫຼວງ​ຫຼາຍ.

   ວັນ​ທີ14ກຸມ​ພາ​ຜ່ານ​ມາ,ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຊາດ​ມຽນ​ມາ​ໄດ້​ກ່າວ​ວ່າ,ອີງ​ຕາມ​ມາດ​ຕາ77ທີ່​ລະ​ບຸ​ໄວ້ໃນ​ກົດ​ໝາຍ​ວ່າ​ດ້ວຍ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຂອງ​ມຽນ​ມາ, ເມື່ອ​ເກີດມີ​ສ​ະ​ພາບ​ສຸກ​ເສີນ​ກໍ​ຕ້ອງ​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ດັ່ງ​ກ່າວ​ເພື່ອປົກ​ປ້ອງ​ຜົນ​ປະ​ໂຫ​ຍດ​ສ່ວນ​ລວມ.

ຄຳ​ເຫັນ

0