徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ການ​ພັດ​ທະ​ນາອາ​ຊີ​ຄາດ​​ວ່າ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ 2021 ນີ້​ຈະ​ເຕີບ​ໂຕ 4,4%

2021-04-29 16:38:48 cri

ຕາມ​ຂ່າວCRI: ວັນ​ທີ 28 ເມ​ສາ​ນີ້, ທະ​ນາ​ຄານ​ການ​ພັດ​ທະ​ນາ​ທະ​ວີບ​ອາ​ຊີ​ຫຼື ADB ໄດ້​ເຜີຍ​ແຜ່ບົດ​ລາຍ​ງານ “ການ​ພັດ​ທະ​ນາ​ຂອງ​​ອາ​ຊີ” ໂດຍ​ໄດ້​ຊີ້ໃຫ້​ເຫັນ່​ວ່າ: ຍ້ອນ​ໄດ້​ປະ​ຕິ​ບັດ​ແຜນ​ການ​​ສັກ​ວັກ​ຊີນ​ຕ້ານ​​ໂຄວິດ-19 ທີ່​ດີ ແລະ​ມີ​ຄວາມ​ຕ້ອງ​ການ​ດ້ານ​ການ​ສົ່ງ​ອອກ​ຢ່າງ​ແຂງ​ແຮງ, ​ຈຶ່ງໄດ້​ຍົກ​ສູງ​ຄາດ​ໝາ​ຍ​​ການ​ເຕີບ​ໂຕຂອງ​ບັນ​ດາ​ປະ​ເທດ​ຢູ່​ທະ​ວີບ​ອາ​ຊີປີ 2021 ໃຫ້​ເພີ່ມ​ຂຶ້ນ, ແຕ່​ວ່າ ທະ​ນາ​ຄານ ADB ຍັງ​ໄດ້​ກ່າວເຕືອນ​ໃນ​ເວ​ລາ​ດຽວ​ກັນ​ວ່າ, ການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດ​ອາດ​ຈະ​ເປັນ​ໄພຂົ່ມ​ຂູ່​ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ນີ້.

 

   ທະ​ນາ​ຄານ ADB ຄາດ​ຄະ​ເນ​ວ່າ, ລວມຍອດ​ຜະ​ລິດ​ຕະ​ພັນພາຍ​ໃນ​ຫຼື GDP ຂອງ​ພາກ​ພື້ນ​​ອາ​ຊີຈະ​ເພີ່ມ​ຂຶ້ນ 7,3% ໃນ​ປີ 2021 ນີ້, ດີກວ່າ

6,8% ທີ່​ໄດ້​ຄາດ​ຄະ​ເນ​ໄວ້ໃນ​ເດືອນ​ທັນ​ວາ​​ປີ 2020 ແລ້ວ​ນີ້.

 

   ຄາດ​ຄະ​ເນ​ວ່າ​ເມື່ອຮອດ​ປີ 2022, ການ​ເຕີບ​ໂຕ​ຂອງ​ທະ​ວີບ​ອາ​ຊີ​ຈະ​ຫຼຸ​ດ​ລົງ​ຍງ​ເຫຼືອ5,3%.

 

   ທະ​ນາ​ຄານ ADB ໄດ້​ປັບຫຼຸດ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ມາເລ​ເຊຍ, ຟີ​ລິບ​ປີນ​ແລະ​ໄທ, ​ປັບຫຼຸດ​​ຄາດ​ໝາຍ​​ການ​ເຕີບ​ໂຕ​ຂອງ ​GDP ຂອງປະ​ເທດອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ປີ 2021 ນີ້​ໃຫ້​ຍັງ​ເຫຼືອ 4,4%.

 

ຄຳ​ເຫັນ

0