吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍ​ທະ​ຫານ​ມຽນ​ມາ​ປະ​ກາດ​ຈະ​ແກ່​ຍາວ​ເວ​ລາ​ກຳ​ນົດ​ການ​ຢຸດ​ຍິງ​ຮອດ​ວັນ​ທີ 31 ພຶດ​ສະ​ພາ​ນີ້

2021-05-01 17:21:49 CRI

    ວັນ​ທີ 30 ເມ​ສາ​ທີ່​ຜ່ານ​ມາ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຝ່າຍ​ທະ​ຫານ​ມຽນ​ມາ​ໄດ້ປະ​ກາດ​ວ່າ: ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ ແລະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ນອກ​ຈາກ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ​ ແລະ​ບໍ​ລິ​ຫານ​ປະ​ເທດ​ແລ້ວ, ທົ່ວ​ປະ​ເທດ​ຈະ​ສືບ​ຕໍ່​ຢຸດ​ຍິງ​ຈົນ​ຮອດ​ວັນ​ທີ 31 ພຶ​ດ​ສະ​ພາ​ນີ້,  ແຕ່​ເຂດ​ທີ່​ສ້າງ​ຄວາມ​ປັ່ນ​ປ່ວນ ແລະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ ແລະ​ການ​ຄຸ້ມ​ຄອງ​​ແຫ່ງ​ຊາດ​ນັ້ນ​ບໍ່​ຢູ່​ໃນ​ຂອບ​ເຂດ​ຢຸດ​ຍິງ.

    ຖະ​ແຫລງ​ການ​ຂອງ​ຝ່າຍ​ທະ​ຫານ​ມຽນ​ມາ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງ​ໆ​ທີ່​ກ່ຽວ​ຂ້ອງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິພາບ, ພ້ອ​ມ​ທັງ​ໄດ້​ລະ​ບຸ​ວ່າ: ຈະ​ສືບ​ຕໍ່​ຊຸກ​ຍູ້ແຜນ​ການ​ດຳ​ເນີນ​ງານ 5 ເປົ້າ​ໝາຍ ແລະ ເປົ້າ​ໝາຍ 9 ປະ​ການ​ທີ່​ສະ​ເໜີ​ໂດຍ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ແຫ່ງ​ຊາດ.

ຄຳ​ເຫັນ

0