吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມະ​ເລ​ເຊຍ​ແລະ​ສິງ​ກະ​ໂປ​ພົບ​ປະ​ກັນ ​ເພື່ອກ້າວ​ເຖິງ​ຂັ້ນ​ເປັນ​ເອກະ​ພາບ​ກັນກ່ຽວ​ກັບ​ການ​ຮ່​ວ​ມ​ມືຕ້ານ​ໂຄວິດ-19

2021-05-03 16:37:01 CRI

     ວັນ​ທີ 2 ພຶດ​ສະ​ພາ​ນີ້, ທ່ານຮິ​ຊຳ​ມຸ​ດິນ ຮູ​ເຊນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມະ​ເລ​ເຊຍ ແລະ ທ່ານ​ວິວ​ຽນ ​ບາ​ລາ​ຄ​ຣິ​ສ​ນານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ໄດ້​ຈັດ​ການ​ພົບ​ປະ​ຢູ່​ສິງ​ກະ​ໂປ ເພື່ອ​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​​ພາບກັນ​ກ່ຽວ​ກັບ​ສອງ​ປະ​ເທດ​ດຳ​ເນີນ​ການ​ຮ່ວມ​ມື​ຕ້ານ​ໂຄວິດ-19.

 

    ຖະ​ແຫຼງ​ການ​ຮ່ວມ​ຫຼັງ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ​ສອງ​ທ່ານ​ຈະ​ລະ​ບຸ​ວ່າ, ສອງ​ຝ່າຍມີ​ຄວາມ​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​​ພະ​ຍາດໂຄວິດ-19 ແລະ ຈະ​ສືບ​ຕໍ່​ຮັກ​ສາ​ທິດ​ທາງ​ນະ​ໂຍ​ບາຍ​ທີ່​ຕັ້ງ​ໜ໊າ ແລະ ເປັນ​ເອ​ກະພາບ​ກັນ​ໃນ​ວຽກ​ງານ​ຕ່າງ​ໆ ເຊັ່ນ: ​ການ​ໄປ​ມາ​ຫາ​ສູ່​ກັນ​ຂ້າມ​ຊາດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ອື່ນ​ໆ.

 

  ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ຍັງ​ໄດ້ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຫຼ້າ​ສຸດ​ຂອງມ​ຽນ​ມາ ແລະ ເຫັນ​ດີ​​ໃຫ້ອາ​ຊຽນ ແລະ ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​​ຕັ້ງ​ໜ້າ ແລະ ມີລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ຖາ​ວອນ​ຢູ່​ມຽນ​ມາ.

ຄຳ​ເຫັນ

0