蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຕ​ມາດ​ທຳ​ອິດ​ປີນີ້ ໄທ​ສົ່ງ​ອອກ​ໝາກ​ທຸ​ລຽນ​ຕໍ່​ຈີນເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

2021-05-03 10:50:30 CRI

     ປະ​ຈຸ​ບັນ, ໝາກ​ທຸ​ລຽນຂອງ​ໄທ​ກຳ​ລັງ​ສຸກ, ຫວ່າງມໍ່ໆ​ນີ້, ຈັງ​ຫວັດ​ຈັນ​ທະ​ບຸ​ຣີ ເຊິ່ງ​ເປັນ​ແຫຼ່ງ​ປູກ​ທຸ​ລຽນ​ທີ່​ພາກ​ຕາ​ເວັນ​ອອກ​ໄທໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ດ້ານ​ໃບ​ສັ່ງ​ຊື້ ຄື ມີ​ນັກ​ທຸ​ລະ​ກິດ​ຈີນ​ໄດ້​ສັ່ງ​ຊື້​ທຸ​ລຽນ​ສົດ 20 ໂຕນ(ປະ​ມານ 1 ໝື່ນ​ໜ່ວຍ)ພາຍ​ໃນມື້​ດຽວ.

     ຂໍ້​ມູນ​ສະ​ຖິ​ຕິ​ຫຼ້າ​ສຸດ​ຈາກ​ກະ​ຊວງ​ກະ​ສິ​ກຳ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມີ​ນາ​ປີນີ້, ມູນ​ຄ້າ​ການ​ສົ່ງ​ອອກ​ທຸ​ລຽນຂອງ​ໄທ​​ຕໍ່​ຈີນໄດ້​ບັນ​ລຸ​ເຖິງ 186 ລ້ານ​ໂດ​ລາ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ຄື 163 ລ້ານ​ໂດ​ລາ. ບໍ​ລິ​ສັດການ​ສົ່ງ​ອອກ​ທຸ​ລຽນແຫ່ງ​ໜຶ່ງ​ຂອງ​ຈັງ​ຫວັດ​ຈັນ​ທະ​ບຸ​ຣີ​ບອກ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ແຕ່​ລະ​ມື້​ຈະ​​ສົ່ງ​ອອກ​ທຸ​ລຽນສົດ​ 400 ຫາ 700 ຄອນ​ເທັນເນີ, ແຕ່​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ມີ​ແຕ່ 200 ຫາ 400 ຄອນ​ເທັນ​ເນີ.

     ນອກ​ຈາກນີ້, ກະ​ຊວງ​ການ​ຄ້າ​ໄທ​ໄດ້​ປຶກ​ສາ​ຫາ​ລື​ກັບ​ພາກ​ສ່ວນ​ທີ່​ກ່ຽ​ວ​ຂ້ອງ​ຂອງ​ຈີນ​ແລ້ວ​ຕົກ​ລົງ​ກັນ​ວ່າ, ນັບ​ແຕ່​ວັນ​ທີ 29 ເມ​ສາ​ແລ້ວນີ້​ເປັນ​ຕົ້ນ​ມາ, ຈີນ​ໄດ້​ເປີດ​ດ່ານ​ຂາ​ເຂົ້າ​ໝາກ​ໄມ້​ໄທເພີ່ມ​ອີກ​ແຫ່ງ​ໜຶ່ງ, ຄື​ດ່ານ​ຕົ່ງ​ຊີ່ງ, ເຊິ່ງ​ໄດ້​ເພີ່ມ​ຈາກ 3 ດ່ານ​ໃນ​ເມື່ອ​ກ່ອນ​ ຄື ດ່ານ​ບໍ່​ຫານ ດ່ານ​ໂຢ​ຢີ ແລະ​ດ່ານ​ພີງ​ຊຽງ ຂຶ້ນ​ເປັນ 4 ດ່ານ, ເຊິ່ງ​ໄດ້​ຍົກປະ​ສິດ​ທິ​ພາບຂອງ​ການ​ສົ່ງ​ອອກ​ໝາກ​ໄມ້​ໄທ​ໄປ​ຈີນໃຫ້​ສູງ​ຂຶ້ນ ແລະ​ໄດ້​ຫຼຸດ​ຄວາມ​ເສຍ​ຫາຍ​ໃນ​ຂະ​ບວນ​ການ​ຂົນ​ສົ່ງ​ໝາກ​ໄມ້​ໃຫ້​ຕ່ຳ​ລົງ.

ຄຳ​ເຫັນ

0