蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງ​ການ​ສອງ​ແຫ່ງ​ຢູ່ມານ​ດາ​ເລແລະ​ບາ​ໂກ​ຂອງ​ມຽນ​ມາ​ເກີດ​ໄຟ​ໄໝ້

2021-05-03 11:19:40 CRI

     ຕອນ​ຄ່ຳ​ວັນ​ທີ 1 ພຶດ​ສະ​ພານີ້​ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຫ້ອງ​ການ​ແຫ່ງ​ໜຶ່ງຢູ່​ເມືອງມານ​ດາ​ເລ ເມືອງ​ໃຫຍ່​ອັນ​ດັບ 2 ຂອງ​ມຽນ​ມາໄດ້​ເກີດ​ໄຟ​ໄໝ້.

     ຕອນ​ເຊົ້າ​ວັນ​ທີ 2 ພຶດ​ສະ​ພານີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຫ້ອງ​ການ​ອີກ​ແຫ່ງ​ໜຶ່ງ​ຢູ່​ແຂວງ​ບາ​ໂກ​ຂອງ​ມຽນ​ມາ​ໄດ້​ເກີດ​ໄຟ​ໄໝ້​, ໃນ​ເວ​ລາ​ໄຟ​ໄໝ້​ໄດ້​ລະ​ເບີດ​ຫຼາຍ​ເທື່ອ. ປະ​ຈຸ​ບັນ, ຕຳ​ຫຼວດ​ມຽນ​ມາ​ກຳ​ລັງ​ສືບ​ສວນ​ສາ​ເຫດ​ເກີດ​ໄຟ​ໄໝ້ຢູ່.

     ໃນ​ໄລ​ຍະ​ມໍ່ໆ​ມານີ້, ຫ້ອງ​ການ​ຂັ້ນ​ພື້ນ​ຖານ​ຫຼາຍ​ແຫ່ງ​ຢູ່​ແຫ່ງ​ຕ່າງໆ​ຂອງ​ມຽນ​ມາ​ໄດ້​ເກີດ​ໄຟ​ໄໝ້, ໃນ​ນັ້ນ, ມີ​ສ່ວນ​ໜຶ່ງ​ໄດ້​ຢືນ​ຢັນ​ແລ້ວ​ວ່າ​ ມີ​ຜູ້ກໍ່​ໃຫ້​ເກີດ​ໄຟ.

ຄຳ​ເຫັນ

0