吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ຊຸມ​ຊົນ​ທີ່​ມີ​ປະ​ຊາ​ຊົນ​ພັກ​ອາ​ໄສ​ຢ່າງ​ຫຼວງ​ຫຼາຍຂອງ​ບາງກອກ​ປະ​ເທດ​ໄທ​ໄດ້​ເກີດ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັດ​ໂຄວິດ-19 ​​ແບບ​ຈຸ້ມ​ກັນ

2021-05-04 15:47:56 CRI

ເຂດ​ຊຸມ​ຊົນ​ທີ່​ມີ​ປະ​ຊາ​ຊົນ​ພັກ​ອາ​ໄສ​ຢ່າງ​ຫຼວງ​ຫຼາຍຂອງ​ບາງກອກ​ປະ​ເທດ​ໄທ​ໄດ້​ເກີດ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັດ​ໂຄວິດ-19 ​​ແບບ​ຈຸ້ມ​ກັນ_fororder_1620046188978_696_800x450

     ວັນ​ທີ 3 ພຶດ​ສະ​ພາ​ນີ້, ສູນ​ຄຸ້ມ​ຄອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ໄທ​ແຈ້ງ​ໃຫ້​ຮູ້​ວ່າ, ນັບ​ແຕ່​ເດືອນ​ເມ​ສາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ, ຢູ່ເມືອງ​ຄອງ​ເຕຍ​ຂອງ​ນະ​ຄອນ​ຫຼວງ​ບາງກອກ​ໄດ້​ພົບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 340 ກໍ​ລະ​ນີ​. ມື້​ດຽວ​ກັນ, ​ທ່ານ​ປະຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ໄທ​ໄດ້​ຮຽກ​ໄຂກອງ​ປະ​ຊຸມ​ພິ​ເສດ​ຂອງ​ສູນ​ຄຸ້ມ​ຄອງ​ພະ​ຍາດ​ໂຄວິດ-19 ເພື່​ອ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ຮັບ​ມື​ກັບ​ສະ​ພາບ​​ພະ​ຍາດອັນ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊຸມ​ຊົນ​ຂອງ​​ເມືອງ​ຄອງ​ເຕຍ.


    ​ຢູ່​ເມືອງຄອງ​ເຕຍ​ນະ​ຄອນ​ຫຼວງ​ບາງກອກ​ມີ​ເຂດ​ຊຸມ​ຊົນ 39 ແຫ່ງ, ມີ​ປະ​ຊາ​​ຊົນ​ພັກ​ອາ​ໄສ​ຢູ່​ເກືອບ 8 ຫາ  9 ໝື່ນ​ຄົນ. ປັດ​ຈຸ​ບັນ ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ມີ​ຈຳ​ນວນ​ເກືອບ 2/3 ພັກ​ຢູ່​ຄຸ້ມ​ເຮືອນ​ຢູ່ທຸກ​ຍາກ​ທີ່​ມີ​​ປະ​ຊາ​ຊົນ​ຈຳ​ນວນ​​ຫຼວງຫຼາຍ, ​ຢູ່​ເຂດ​ຊຸມ​ຊົນ 3 ແຫ່ງ​ໄດ້​ເກີດ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ​ແບບ​ຈຸ້ມ​ກັນ​ແລ້ວ. ໂດຍ​ຜ່ານ​ການ​ກວດ​ກາ​ເບື້ອງ​ຕົ້ນ​ປາ​ກົດ​ເຫັນວ່າ, ອັດ​ຕາການ​ຕິດ​ໄວ​ຣັດ​ຢູ່ 3 ​ເຂດ​ຊຸມ​ຊົນ​ດັ່ງ​ກ່າວ​ແມ່ນ 5%-10%. ເມືອງ​ຄອງ​ເຕ​ຍ​​ກໍໄດ້​ກາຍ​ເປັນ​​ສະ​ຖານ​ທີ່​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແບບ​ຈຸ້ມ​ກັນ​ທີ່ໃຫຍ່​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​, ຍ້ອນ​ວ່າ ປະ​ຊາ​ຊົນ​ທີ່​ພັກ​ຢູ່ 3 ​ ​ເຂດ​ຊຸມ​ຊົນດັ່ງກ່າວ​ເຮັດ​ວຽກ ແລະ ​ເຄື່ອນ​ໄຫວຢູ່​ແຫ່ງ​ຕ່າງໆ​ຂອງ​ນະ​ຄອນ​ຫຼວງ​ບາງກອກ ຈິ່ງ​ມັກ​ຈະ​ພາ​ໃຫ້​ເກີດ​ການແຜ່​ລະ​ບາດ​ຢ່າງ​ງ່າຍ​ດາຍ​ທີ່​ສຸດ.

 

 ນັບ​ແຕ່​ເກີດ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ຢູ່​ປະ​ເທດ​ໄທ​ເມື່ອຕົ້ນ​ເດືອນ​ເມ​ສາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ, ຜູ້​ເປັນ​ພະ​ຍາ​ດ​ໂຄວິດ-19 ໃນ​ຮອບ​ໃໝ່​ນີ້​ໄດ້​ມີ​ຫຼາຍກວ່າ 4 ໝື່ນ​ກໍ​ລະ​ນີ​ແລ້ວ, ໃນ​ນັ້ນ​ມີ 1 ໝື່ນ 4 ພັນ​ກໍ​ລະ​ນີ​ມາ​ຈາກ​ນະ​ຄອນ​ຫຼວງ​ບາງກອກ.

 

ຄຳ​ເຫັນ

0