吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ຂອງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ຫວຽດ​ນາມ​ຢຸດ​ຕິການຟື້ນ​ຟູ​​ການ​ຮຽນ-ການ​ສອນ​ຢູ່​ໂຮງ​ຮຽນ​ເປັນ​ການ​ຊົ່ວ​ຄາວ

2021-05-04 15:53:38 CRI

    ວັນ​ທີ 3 ພຶ​ດ​ສະ​ພາ​ນີ້, ​ພະ​ແນກ​ອົບ​ຮົມ​ສຶກ​ສາ​ທິ​ການ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ປະ​ກາດ​ວ່າ, ຍ້ອນ​ວ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຢູ່​ພາກ​ເໜືອ​ປະ​ເທດ​ຕົນ​ໄດ້​ຮ້າຍ​ແຮງ​ຄືນ​ໃນ​ປັດ​ຈຸ​ບັນ, ແຜນ​ການ​ທີ່​ໃຫ້​ນັກ​ຮຽ​ນ​ຂອງ​ໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມ​ກັບ​ຄືນ​ໂຮງ​ຮຽນ​ເພື່ອ​ຟື້ນ​ຟູ​ການ​ຮຽນ-ການ​ສອນ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້​ຈິ່ງ​ຖືກ​ຢຸດ​ຕິ​ເປັນ​ການ​ຊົ່ວ​ຄາວ, ແລ້ວ​ປ່ຽນ​ເປັນ​ການ​ຮຽນ​-ການ​ສນອນ​ຜ່ານ​ທາງ​ອອນ​ລາຍ, ສ່ວນ​ເວ​ລາ​ຟື້ນ​ຟູ​ການ​ຮຽນ-ການ​ສ​ອນ​ຢູ່​ໂຮງ​ຮຽນ​ນັ້ນ​ຈະ​ແຈ້ງ​ໃຫ້​ຮູ້​ຫຼັງ​ການ​ຕົກ​ລົງ. ຍ້ອນ​ວ່າ ປັດ​ຈຸ​ບັນ ຢູ່​ໂຮງ​ຮຽນ​ອະ​ນຸ​ບານ​ຕ່າງໆ​ຂອງ​ນະ​ຄອນ​ຫຼາງ​ຮ່າ​ໂນ້ຍ​​ບໍ່ມີ​ແຜນ​ການ​ຮຽນ-ການ​ສອນ​ຜ່ານ​ທາງ​ອອນ​ລາຍ, ສະ​ນັ້ນ ທາງ​ໂຮງ​ຮຽນ​ອະ​ນຸ​ບານ​ຕ່າງໆ​ຈະ​ຕິດ​ຕໍ່​ພົວ​ພັນ​ກັບ​ພໍ່​ແມ່​ຂອງ​ນັກ​ຮຽນ​ເພື່ອ​ແຈ້ງ​ແຜນ​ການ​ຮຽນ​ທີ່​ກ່ຽວ​ຂ້ອງ​ໃຫ້​ພໍ່​ແມ່​ຊາບ ແລະ ໃຫ້​ພໍ່​ແມ່​ປະ​ຕິ​ບັດ​ຕາມ​ຢູ່​ໃນ​ເຮືອນ.

 

     ວັນ​ທີ 29 ເມ​ສາ​ແລວ​ນີ້, ຢູ່​ຫວຽດ​ນາມ​ໄດ້​ເກີດ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ໂຄວິດ-19ຢູ່​ເຂດ​ຊຸມ​ຊົນ​ອີກ​ເທື່ອ​ໜຶ່ງ, ມາ​ຮອດ​ວັນ​ທີ 3 ພຶດ​ສະ​ພາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ໄດ້​ລາຍ​ງານ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 34 ກໍ​ລະ​ນີ​ແລ້ວ.

ຄຳ​ເຫັນ

0