吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຕູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ສັກ​ວັກ​ຊິນ​​ໂຄວິດ-19 ທີ່​ຈີນ​ຜະ​ລິດ

2021-05-04 15:57:44 CRI

ທ່ານ​ຕູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ສັກ​ວັກ​ຊິນ​​ໂຄວິດ-19 ທີ່​ຈີນ​ຜະ​ລິດ_fororder_1127407314_16200951574261n

 

    ຕອນ​ຄ່ຳ​ວັນ​ທີ 3 ພຶດ​ສະ​ພາ​ນີ້, ທ່ານ​ໂຣ​ດ​ຣີ​ໂກ ​ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ໄດ້​ສັກ​ວັກ​ຊິນ​​ໂຄວິດ-19 ທີ່​ຈີນ​ຜະ​ລິດ​ເປັນ​ເຂັມ​ທຳ​ອິດ. ວັກ​ຊິນ​ດັ່ງ​ກ່າວແມ່ນ​ສັກ​​ໂດຍລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິນ​ປິນ.


     ກ່ອນ​ສັກ​ວັກ​ຊິນ, ທ່ານ​​ຟ​ຣານ​ສິ​ສ​ໂກ ດູກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິນ​ປິນທີ່​ຮັບ​ຜິດ​ຊອບ​​ການສັກ​ວັກ​ຊິນ​ໄດ້​ຖາມທ່ານ​​ດູ​​ເຕີ​ເຕ​ກ່ຽວ​ກັບ​ສະ​ພາບ​ສຸ​ຂະ​ພາບ​ຂອງ​ເພີ່ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູເຕີ​ເຕ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແຂງ​ແຮງ, ຂ້າ​ພະ​ເຈົ້າ​ໄດ້​ຄອງ​ຄອຍ​ການ​ສັກ​ວັກ​ຊິນ​ນີ້​ດົນ​ແລ້ວ.” ຫຼັງ​ຈາກ​​ນັ້ນ, ທ່ານ​ດູກ​​ໄດ້ສັກ​ວັກ​ຊິນ​​ໂຄວິດ-19 ໃຫ້​ແກ່​ທ່ານ​ດູ​​ເຕີ​ເຕ.

 

ຄຳ​ເຫັນ

0