吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍົນ​ເຮ​ລີ​ກົບ​ແຕ​ຂອ​ງກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​​ລຳ​ໜຶ່ງຖືກ​ກອງ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່​ນ​ຊົນ​ເຜົ່າ​ມຽນ​​​ສ່ວນ​ໜ້ອຍມາຍິງ​ຕົກ

2021-05-04 14:31:11 cri

  图片默认标题

    ວັນ​ທີ 3 ພຶດ​ສະ​ພາ​ນີ້, ​ກອ​ງ​ທັບ​ເອ​ກະ​ລາດ​ຄາ​ຊິນ​​ເຊິ່ງ​ເປັນກອງ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນ​​ຂອງຊົນ​ເຜົ່າ​​ສ່ວນ​ໜ້ອຍມຽນ​ມາ​ກ່າວ​ວ່າ: ກອງ​ທັບ​ປ້ອ​ງ​ກັນ​ປະ​ເທດ​ມຽນ​ມາ​ໄດ້​ຫລອນ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​​ເຂດ​ທີ່ກອງ​​ປະ​ກອບ​ອາ​ວຸດ​ຕົນ​ຄວບ​ຄຸມ​​ຢູ່ລັດ​ຄາ​ຊິນ​ໃນຕອນ​ເຊົ້າ​ມື້​ດຽວ​ກັນ, ກອງ​​ປະ​ກອບ​ອາ​ວຸດ​ໄດ້​ຍິງ​ຍົນ​ເຮ​ລີ​ກົບ​ແຕລຳ​ໜຶ່ງ​ຂອງກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາໃຫ້​ຕົກ.

    ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ມຽນ​ມາ, ມີ​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີ​ວິດ​ໃນ​ການ​ຫລອນ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ມື້​ດຽວ​ກັນ.

    ບົດ​ລາຍ​ງານ​ຂອງພະ​ແນກປະ​ສານ​ງານ​ວຽກ​ງານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່ປະ​ກາດ​ໃນ​ວັນ​ທີ 28 ເມ​ສາ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ: ກອງ​ທັບ​ມຽນ​ມາ ແລະ​ກອງ​ທັບ​ເອ​ກະ​ລາດ​ຄາ​ຊິນ​ໄດ້​ມີ​ການ​ປະ​ທະ​ກັນ​ເກືອບ 50 ຄັ້ງ​​ຢູ່ຫລາຍ​ແຫ່ງ​ຂອງ​ລັດ​ຄາ​ຊິ​ນ​ນັບ​ແຕ່​ທ້າຍ​ເດືອນ​ມີ​ນາ​ເປັນ​ຕົ້ນ​ມາ. ສອງ​ຝ່າຍ​ໄດ້​ນຳ​ໃຊ້​ຍົນ​ຮົບ ແລະ​ປືນ​ຄົກ, ຮອດ​ທ້າຍ​ເດືອນ​ເມ​ສາ​, ໄດ້​ເຮັດ​ໃຫ້​ເກືອບ 5000 ຄົນ​ບໍ່​ມີ​ບ່ອນ​ພັກ​ອາ​ໄສ, ເຮືອນ​​ຊານຈຳ​ນວນ​ໜຶ່ງ​ຖືກ​ທຳ​ລ​າຍ.

ຄຳ​ເຫັນ

0