郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ແລະ​ມະ​ເລ​ເຊຍ​ຈະ​ເປີດ​ຊ່ອງ​ທາງ​ສັນ​ຍາ​ຂ້າມ​ຊາດ​ຢ້ຽມ​ຢາມ​ແບບ​ມະ​ນຸດ​ສະ​ທຳ

2021-05-05 14:25:46 cri

   ວັນ​ທີ2ພຶດ​ສະ​ພານີ້,ທ່ານວິ​ວຽນ ບາ​ລາ​ຄ​ຣີ​ສ​ນັນ ລັດ​ຖະ​ມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານຮີ​ຊຳ​ມູ​ດີນ ລັດ​ຖະ​ມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດມະ​ເລ​ເຊຍທີ່​ໄປ​ຢ້ຽມ​ຢາມ ແລ້ວ​ອອກ​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ລະ​ບຸວ່າ: ສອງ​ປ​ະ​ເທດ​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ຢ້ຽມ​ຢາມ​ດ່ວນ​ຍ້ອນ​ເລື່ອງ​ຊາ​ປະ​ນະ​ກິດ​ສົບ​ແລະ​ເປັນ​ພະ​ຍາດ​ ​ເກືອບ​ເສຍ​ຊີ​ວິດ,ເຊິ່ງ​ຈະ​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ17ພຶດ​ສະ​ພານີ້​ເປັນ​ຕົ້ນ​ໄປ.

   ​ປະ​ຊາ​ຊົນ​ຂອງສິງ​ກະ​ໂປ​ແລະ​ມະ​ເລ​ເຊຍ​ມີ​ການ​ພົວ​ພັນ​ຍາດ​ຕິ​ພີ່​ນ້ອງ​ທີ່ກວ້າງ​ຂວາງ,ທ່ານ​ວິ​ວຽນ​ຊີ້​ໃຫ້​ເຫັນ​ວ່າ: ເມື່ອ​ຄອບ​ຄົວ​ເກີດ​ມີ​ສະ​ພາບ​ສຸກ​ເສີນ,ທົ່ວ​ຄອບ​ຄົວ​ກໍ​ຢາກ​ເຕົ້າ​ໂຮມ​ຢູ່​ນຳ​ກັນ. ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ອອກ​ມາດ​ຕະ​ການ​ແບບນີ້​.

   ທ່ານ​ຮີ​ຊຳ​ດີນ​ກ່າວ​ວ່າ,ຫວັງ​ວ່າ​ສັນ​ຍາ​ສະ​ບັບ​ນີ້​ສາ​ມາດ​ປູ​ທາງ​ໃຫ້​ອະ​ນາ​ຄົດ,ເຮັດ​ໃຫ້​ສິງ​ກະ​ໂປ​ແລະ​ມະ​ເລ​ເຊຍ​ຈະ​​ສາ​ມາດກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ອະ​ນຸ​ມັດ​ຜູ້ຄົນ​ທີ່​ສັກ​ວັກ​ຊີນ​ແລ້ວນັ້ນ​ຟື້ນ​ຟູ​ການຂ້າມ​ຊາດ​​ທ່ອງ​ທ່ຽວ​ຄືນ​ໃໝ່​ໄດ້​ໃນ​ອະ​ນາ​ຄົດ​ທີ່​ບໍ່​ດົນ.

ຄຳ​ເຫັນ

0