蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ຮຽກ​ຮ້ອງ​ໃຫ້​ປ​ະ​ຊາ​ຊົນ​ເຮັດ​ວຽກ​ຢູ່​ເຮືອນ​ ຍ້ອນ​ກາ​ນ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ 3

2021-05-06 10:39:53 CRI

ວັນ​ທີ 5 ພຶດ​ສະ​ພາ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ໄທ​​ເພີ່ມ​ໃໝ່​ມີ 2.112 ກໍ​ລະ​ນີ, ໃນ​ນັ້ນ, ​ຢູ່​ນະ​ຄອນຫຼວງບາງກອກ​ມີ 789 ກໍ​ລະ​ນີ.

ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ປະ​ເທດ​ໄທ​ເປັນ​ຮອບ​ທີ 3, ຄຸ້ມ​ຊຸມ​ຊົນ​ຂະ​ໜາດ​ໃຫຍ່​ບາງ​ແຫ່ງ​ຂອງ​ໄທ​ໄດ້​ເກີດ​ເຫດ​ການ​ຕິດ​ເຊື້ອ​ພະ​ຍາດ​ເປັນ​ໝູ່. ປັດ​ຈຸ​ບັນ, ມີ 20 ກວ່າ​ແຂວງ​ໃນ​ປະ​ເທດ​ໄທ​ໄດ້​ປະ​ກາດ​ມາດ​ຕະ​ການ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ, ລັດ​ຖະ​ບານ​ໄທ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນເຮັດ​ວຽກ​ຢູ່​ເຮືອນ​; ຖ້​າ​ຈຳ​ເປັນອອກນອກ​ເຮືອນ​ຕ້ອງ​ໃສ່​ຜ້າ​ປິດ​ປາກ, ຜູ້​ບໍ່​ປະ​ຕິ​ບັດ​ຕາມ​ຈະ​ຖືກ​ປັບໃໝ. ໃຈ​ກາງ​ເມືອງ ແລະ ເຂດ​ການ​ຄ້າ​ທີ່​ເຄີຍ​ຄຶກ​ຄັກ ແລະ ​ມີ​ສະ​ພາບ​ການ​ຄົມ​ມະ​ນາ​ຄົມ​ຄັບ​ຄາ​ໜາ​ແໜ້ນ​ໃນ​ເມື່ອ​ກ່ອນ​ຢູ່​ນະ​ຄອນຫຼວງ​ບາງກອກ, ໃນ​ປັດ​ຈຸ​ບັນ​ນີ້​ແມ່ນ​ແຕ່​ຍາມ​ເຊົ້າ​ໃນ​ໂມງ​ລັດ​ຖະ​ການ, ກໍ​ບໍ່​ມີ​ລົດ​ແລ່ນໄປ​ມາຫຼາຍ​ປານ​ໃດ.

ຄຳ​ເຫັນ

0