黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຈະ​ “ຈຳ​ກັດ​ການ​ເຄື່ອນ​ໄຫວ” ຢູ່ນະ​ຄອນຫຼວງ​ອີກ​ຄັ້ງ​ໃໝ່

2021-05-06 10:18:54 CRI

ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ປະ​ກາດ​ໃນ​ວັນ​ທີ 5 ພຶດ​ສະ​ພານີ້​ວ່າ: ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ “​ຈຳ​ກັດ​ການ​ເຄື່ອນ​ໄຫວ” ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີອີກ​ຄັ້ງ​ໃໝ່​ ເຊິ່ງ​ຈະ​ເລີ່ມ​ຂຶ້ນນັບ​ແຕ່​ວັນ​ທີ 7-20 ພຶດ​ສະ​ພານີ້ ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່ມີ​ຄົນ​ຕິດ​ເຊື້ອພະ​ຍາດ​ເພີ່ມ​ຂຶ້ນ​ນັບ​ມື້​ນັບຫຼາຍ​ໃນ​ໄລ​ຍະ​ຜ່ານ​ມາ.

ກ່ອນ​ໜ້ານີ້ມື້​ໜຶ່ງ ຄື​ວັນ​ທີ 4 ພຶດ​ສະ​ພານີ້, ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ປະ​ກາດປະ​ຕິ​ບັດ​ມາດ​ຕະ​ການ “ຈຳ​ກັດ​ການ​ເຄື່ອນ​ໄຫວ” ຢູ່​ 6 ເຂດຂອງ​ລັດ​ເນ​ເກ​ຣີ ເຊ​ລັນ​ງໍ ທີ່​ໃກ້​ກັບ​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ.

ຢູ່​ມາ​ເລ​ເຊຍ​ມີຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຕໍ່​ມື້ໃນ​ທ້າຍ​ເດືອນ​ມັງ​ກອນ​ປີນີ້​ເຄີຍ​ ລື່ນ​ກາຍ 5.000 ກໍ​ລະ​ນີ, ​ໃນ​ວັນ​ທີ 13 ມັງ​ກອນ​ປີນີ້, ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ປະ​ຕິ​ບັດມາດ​ຕະ​ການ “ຈຳ​ກັດການ​ເຄື່ອນ​ໄຫວ” ເຊິ່ງ​ເປັນ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ລະ​ດັບ​ສູງ​ສຸດ ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ທີ່​ມີສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອ່າວ​ໜັກ​ໜ່ວງ, ຄຽງ​ຄູ່​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຮຸນ​ແຮງ​ຂຶ້ນ, ຄຳ​ສັ່ງ​ດັ່ງ​ກ່າວ​​ກໍໄດ້ປະ​ກາດອອກ​ມາ​ອີກ​ເພື່ອ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ຍົກເວັ້ນ​ແຕ່ລັດ​ຊາຣາ​ວັກ ໃນ​ຊົ່ວ​ໄລ​ຍະ​ໜຶ່ງ.

ຄຳ​ເຫັນ

0