尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານນາງ ອອງ​ຊານ ຊູ​ຈີ ຖືກໄຕ່​ສວນ​ໃນ​ຂໍ້​ຫາ​ທີ່​ສົງ​ໄສ​ວ່າ​ໄດ້​ລະ​ເມີດ “ກົດ​ໝາຍ​ວ່າ​ດ້ວຍ​ຂ່າວ​ລັບ​ແຫ່ງ​ຊາດ” ​​ອີກ​ເທື່ອ​ໜຶ່ງ

2021-05-07 16:58:45 cri

      ຕອນ​ເຊົ້າ​ວັນ​ທີ 6 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ດີ​ທີ່​ຖືກ​ສົງ​ໄສວ່າ​ທ່ານ​ນາງ ອອງ​ຊານ ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໄດ້​ລະ​ເມີດ “ກົດ​ໝາຍ​ວ່າ​ດ້ວຍ​ຂ່າວ​ລັບ​ແຫ່ງ​ຊາດ” ໄດ້ຖືກ​ໄຕ່​ສວນ​ໃນ​ສານ​ເຂດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຢາງ​ກຸ້ງ​ອີກ​ເທື່ອ​ໜຶ່ງ, ກ່ອນ​ໜ້າ​ນີ້, ຄະ​ດີ​ດັ່ງ​ກ່າວ​ເຄີຍ​ໄດ້​ດຳ​ເນີນການ​​ໄຕ່​ສວນ​ໃນ​ສານ​ສອງ​ຄັ້ງ​ແລ້ວ​ຄື:ໃນ​ວັນ​ທີ 8 ເມ​ສາ​​ແລະ​ວັນ​ທີ 22 ເມ​ສາ​ຜ່ານ​ມາ. ຖ້າ​ສານ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ​ຈິງ, ທ່ານ​ນາງ ອອງ​ຊານ ຊູ​ຈີ ອາດ​ຈະ​ຈຳ​ຄຸກ​ສູງ​ສຸດເປັນ​ເວ​ລາ 14 ປີ.
 

      ໃນ​ການໄຕ່​ສວນໃນ​ມື້​ດັ່ງ​ກ່າວ,ບໍ່​​ອະ​ນຸ​ຍາດ​ໃຫ້​ທະ​ນາຍ​ຄວາມຝ່າຍ​ຈຳ​ເລີຍ​ມາສານ, ພຽງ​ແຕ່​​ເຫັນ​ດີ​ນຳ​ຄຳ​ຮ້ອງ​ຂໍ​ຂອງ​ທີມ​​ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ ອອງ​ຊານ​ ຊູ​ຈີ ກ່ຽວ​ກັບ​ການກວດ​ເບິ່ງ​ເອ​ກະ​ສານ​ຄະ​ດີ​ແລະ​ພົບ​ປະ​ກັບ​ທ່ານ​ນາງ ອອງ​ຊານ ຊູ​ຈີ​ ຜ່ານ​ທາງວິ​ດີ​ໂອ​ເທົ່າ​ນັ້ນ. ປັດ​ຈຸ​ບັນ, ຄະ​ດີ​ດັ່ງ​ກ່າວ​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ການ​ສະ​ໜອງ​ຫຼັກ​ຖານ​ແລະ​ການ​ຄົ້ນ​ຄວ້າ​ຄວາມ​ເທັດ​ຈິງ​ຂອງ​ຫຼັກ​ຖານ​ເທື່ອ, ແລະ​ຈະ​ໄຕ່​ສວນ​ໃນ​ສານ​ອີກ​ເທື່ອ​ໜຶ່ງ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້.
 

      ປັດ​ຈຸ​ບັນ, ທ່ານ​ນາງ ອອງ​ຊານ ຊູ​ຈີ​ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​​ຖືກ​ຮ້ອງ​ຟ້ອງ​ທັງ​ໝົດ 7 ຄະ​ດີ, ​ການ​ຮ້ອງ​ຟ້ອງ​ອີກ 5 ຄະ​ດີ​ຈະ​ຖືກ​ໄຕ່​ສວນ​ໃນ​ສານ​ເຊັບ​ດີ​ຣີ​ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ.

ຄຳ​ເຫັນ

0