黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ໄທ​ຢືນ​ຢັນ​ວ່າ: ຈະ​ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ​​ສາຍພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ຍະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ໄທ-ຈີນ

2021-05-08 16:33:57 cri

​​ໃນງານ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ປະ​ຖົມ​ມະເລີກ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ​ແຂວງ​ໄຫຫຼຳ​ຈີນ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 10 ພຶດ​ສະ​ພາ​ນີ້, ທ່ານ​​ປະ​ຢຸດ ຈັນ​ໂອ​ຊາ,  ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ກ່າວ​ຄຳ​ປາ​ໄສ​​ຜ່ານທາ​ງວິ​ດີ​ໂອ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງຕາມ​ຄຳ​ເຊີນ.

ທ່ານ​​ປະ​ຢຸດ ຈັນ​ໂອ​ຊາ ກ່າວ​ວ່າ: ຈີນ​ສາ​ມາດ​ຈັດ​ງານ​ວາງ​ສະ​ແດງ​​ລະ​ດັບ​ສາ​ກົນຂະ​ໜາດ​ໃຫຍ່​​ໃນ​ຂະ​ນະ​ນີ້, ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ໄທ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ສະ​ແດງ​ໃຫ້​ເຫັນ​ວ່າ​ໄທ​ໄດ້​ເອົາ​ໃຈ​ໃສ່ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ໄວ້​ລະ​ຫ່າງ​ຜູ້​ນຳ​ທັງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ການ​ຄ້າ, ຊຸກ​ຍູ້​​ໃຫ້ສອງ​ຝ່າຍ​ບັນ​ລຸ​​ເປົ້າ​ໝາຍ​ໃນການ​ເຊື່ອມ​ຈອດ​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໂດຍ​ຜ່ານ​ເຂດ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ແລະ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ສິ່ງ​ນີ້​ຈະ​ເປັນ​ການຊຸກ​ຍູ້​​ໃຫ້ເສດ​ຖະ​ກິດ​ສາ​ມາດ​ຟື້ນ​ຄືນໄດ້​ຢ່າງ​ໝັ້ນ​ທ່ຽງ​ແລະ​ຮອບ​ດ້ານ, ​ສາ​ມາດຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​​ເຮັດ​ໃຫ້​ຕ່ອງ​ໂສ້ການສະ​ໜອງ​ຂອງ​ໂລກ​ມີ​ຄວາມ​ໝັ້ນ​ທ່ຽງ.

ລັດ​ຖະ​ບານ​ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາ​ຍ​ສາຍພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ໄທ​ກັບ​ຈີນ, ເພື່ອ​ສະ​ແຫວງ​ຫາ​ຄວາມ​ຜາສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ກໍ​ຄື​ພາກ​ພື້ນ​ແລະ​​ໂລກ.

ຄຳ​ເຫັນ

0