蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ​ສົ່ງ​ອອກໝາກ​ມ່ວງ​ສົດ​​ສູ່ຕະຫຼາດ​ຈີນ​ເປັນ​ຄັ້ງ​ທຳ​ອິດ

2021-05-08 15:38:08 CRI

ພິ​ທີ​ສົ່ງ​ອອກ​ໝາກ​ມ່ວງ​ສົດ​ກຳ​ປູ​ເຈຍ​​ສູ່​ຕະຫຼາດ​ຈີນ​ຄັ້ງ​ປະ​ຖົມ​ມະ​ລືກ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໂດຍ​ຜ່ານ​ທາງ​ອອນ​ລາຍ​ແລະ​ອັອ​ຟ​ລາຍ.

ທ່ານ​ວາງ​ເວີນ​ທຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ຜ່ານ​ທາງວິ​ດີ​ໂອ​ວ່າ: ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອ​ງ​ຝ່າຍ, ຈະ​ມີ​ຜະ​ລິດ​ຕະ​ພັນ​ກຳ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ກຳ​ປູ​ເຈຍ​ສົ່ງ​ໄປ​ຂາຍ​ຢູ່ຕະຫຼາດ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ, ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ຈີນ-ກຳ​ປູ​ເຈຍ​ກໍ​ຈະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ​ເຊິ່ງ​ເປັນ​ການຊ່ວຍ​ຊຸກ​ຍູ້​​ໃຫ້ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ເດືອນ​ມິ​ຖຸ​ນາ​ປີ 2020, ຈີນ ແລະ ກຳ​ປູ​ເຈຍ​ໄດ້​ເຊັນ​ສັນ​ຍາ ​ແລະ ແລກ​ປ່ຽນອະ​ນຸ​ສັນ​ຍາ​ກວດ​ກາ​ພືດປະ​ເພດ​ໝາກ​ມ່ວງ​​ເພື່ອ​ສົ່ງ​ອອກ​ສູ່​ຕະຫຼາດ​ຈີນ. ວັນ​ທີ 26 ເມ​ສາ​ປີ 2021, ​ອົງ​ການ​ພ​າ​ສີ​ຈີນ​ໄດ້​​ເປີດ​ເຜີຍບັນ​ຊີ​ລາຍ​ຊື່ສວນ​ໝາກ​ມ່ວງ ແລະ ​ໂຮງ​ງານ​ຫຸ້ມ​ຫໍ່​ໝາກ​ມ່ວງ​​ຂອງ​ກຳ​ປູ​ເຈຍ ສຳ​ລັບ​ໝາກ​ມ່ວງ​ທີ່​ຈະ​ສົ່ງ​ໄປ​ຂາຍ​ຢູ່ຕະຫຼາດ​ຈີນ​ຢ່າງ​ເປັນ​ທາງ​ການ. ໝາກ​ມ່ວງ​ໄດ້​ກາຍ​ເປັນ​ໝາກ​ໄມ້​ສົດ​ຊະ​ນິດ​ທີ 2 ​ຂອງ​ກຳ​ປູ​ເຈຍ ທີ່​ສາ​ມາດ​ສົ່ງ​​ໄປ​ຂາຍ​ຢູ່ຕະຫຼາດ​ຈີນ​ໂດຍ​ກົງ​ຂອງ​ກຳ​ປູ​ເຈຍ ເຊິ່ງ​ຮອງ​ຈາກ​ໝາກ​ກ້ວຍ.

ຄຳ​ເຫັນ

0