尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອນ​ເວ​ລາ​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ດອກ​ປີກ​ໄກ່​ຢູ່​ມາ​ເລ​ເຊຍ

2021-05-08 17:32:06 cri

      ວັນ​ທີ 7 ພຶດ​ສະ​ພາ​ນີ້, ສະ​ຫະ​ພັນ​ກິ​ລາ​ດອກ​ປີກ​ໄກ່​ໂລກ​ກ່າວ​ວ່າ: ສະ​ຫະ​ພັນ​ກິ​ລາ​ດອກ​ປີກ​ໄກ່​ແລະ​ສະ​ມາ​ຄົມ​ກິ​ລາ​ດອກ​ປີກ​ໄກ່​ຂອງ​ມາ​ເລ​ເຊຍ​ໄດ້​ຮ່ວມ​ກັນ​ຕົກ​ລົງ​ເຫັນ​ດີ​ວ່າ​ຈະ​ເລື່ອນ​ເວ​ລາ​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ດອກ​ປີກ​ໄກ່​​ຢູ່ມາ​ເລ​ເຊຍ​ອອກ​ໄປ​ເຊິ່ງ​ຕາມ​ແຜນ​ການ​ເດີມຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ​ນີ້.
 

      ສະ​ຫະ​ພັນ​ກິ​ລາດອກ​ປີກ​ໄກ່​ໂລກໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ໂດຍ​ໄດ້​ລະ​ບຸ​ວ່າ: ຝ່າຍ​ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ​ກໍ​ຄື​ສະ​ຫະ​ພັນກິ​ລາດອກ​ປີກ​ໄກ່​ໂລກໄດ້​ດຳ​ເນີນ​ການ​ທົດ​ລອງ​ມາ​ກ່ອນ​ແລະຢາກ​ສະ​ໜອງ​ສະ​ພາບ​ແວດ​ລ້ອມ​ການ​ແຂ່ງ​ຂັນ​ທີ່​ປອດ​ໄພ​ໃຫ້​ກັບ​ຜູ້​ເຂົ້າ​ຮ່ວມ​ການ​ການ​ແຂ່ງ​ຂັນ​ທັງ​ໝົດ, ແຕ່​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ໃນ​ໂລກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຈຶ່ງ​ເຮັດ​ໃຫ້​ການ​ແຂ່ງ​ຂັນ​ຈຳ​ເປັນ​ຕ້ອງ​​ເລື່ອນ​ເວ​ລາ​ອອກ​ໄປ.
 

      ການ​ແຂ່ງ​ຂັນ​ຄັ້ງ​ນີ້​ແມ່ນ​ການ​ແຂ່ງ​ຂັນ​ກິ​ລາ​ດອກ​ປີກ​ໄກ່ລະ​ດັບ​ສຸດຍອ​ດ​ຂັ້ນ 750 ຂອງ​​ໂລກ, ທັງ​ແມ່ນ​ການ​ແຂ່ງ​ຂັນ​ສະ​ສົມ​ຄະ​ແນນ​ສຳ​ລັບ​ງານ​​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ.ສະ​ຫະ​ພັນ​ກິ​ລາ​ດອກ​ປີກ​ໄກ່​ໂລກຍັງກ່າວ​ວ່າ: ເວ​ລາ​ຂອງ​ການ​ແຂ່ງ​ຂັນ​​ຄັ້ງໃໝ່​ຈະ​ເປີດ​ເຜີຍ​ໃນ​ໄວໆ​ນີ້,ແຕ່​ຈະ​ບໍ່​ແມ່ນ​ການ​ແຂ່ງ​ຂັນ​​ແບບສະ​ສົມ​ຄະ​ແນນ​​ສຳ​ລັບ​ງານ​​ກິ​ລາ​ໂອ​ລິມ​ປິ​ກ​ອີກ.

ຄຳ​ເຫັນ

0