黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຊຽນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ໃນ 4 ເດືອນ​ຕົ້ນ​ປີ​ນີ້

2021-05-09 16:27:54 cri

ຕົວ​ເລກ​ສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີ​ໃຫຍ່​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 4 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ສະ​ຫະ​ພາບ​ເອີ​ຣົບ​, ອາ​ເມຣິ​ກາ​ແລະ​ຄູ່​ການ​ຄ້າ​ສຳ​ຄັນ​ອື່ນໆ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ.

ໃນ​ນັ້ນ, ອາ​ຊຽນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ບັນ​ລຸ​ເຖິງ 1720 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 27,6%, ໄດ້​ກວມຍອດ​ມູນ​ຄ່າ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ 14,8%. ໃນ​ນັ້ນ, ​ມູນ​ຄ່າ​ສົ່ງ​ອອກ​ສິນ​ຄ້າ​ຕໍ່​ອາ​ຊຽນ​ມີ​ເຖິງ 950,58 ຕື້ຢວນ, ເພີ່ມ​ຂຶ້ນ 29%; ມູນ​ຄ່າ​ນຳ​ເຂົ້​າ​ສິນ​ຄ້າ​ຈາກ​ອາ​ຊຽນ​ມີ​ເຖິງ 765,05 ຕື້ຢວນ, ເພີ່ມ​ຂຶ້ນ 25,9%.

ໃນ 4 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ບັນ​ລຸ​ເຖິງ 3430 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 24,8%. ໃນ​ນັ້ນ, ມູນ​ຄ່າ​ສົ່ງ​ອອກ​ເປັນ 1950 ຕື້ຢວນ, ເພີ່ມ​ຂຶ້ນ 29,5%, ມູນ​ຄ່າ​ນຳ​ເຂົ້າ​​ເປັນ 1480 ຕື້ຢວນ, ເພີ່ມ​ຂຶ້ນ 19,3%.

ຄຳ​ເຫັນ

0