郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ດັດ​ແກ້​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19​ແລະ​​ມາດ​ຕະ​ການ​ກັກ​ບໍ​ລິ​ເວນຕໍ່​ນັກ​ທ່ອງ​ທ່ຽວ​ເຂົ້າ​ປະ​ເທດ​ຕົນ

2021-05-09 14:30:53 cri

   ວັນ​ທີ7ພຶດ​ສະ​ພານີ້,ໜ່ວຍ​ງານ​​ລະ​ຫວ່າງ​ອົງ​ການ​ຄຸ້ມ​ຄອງ​ພະ​ຍາດ​ຕິດ​ແປດ​ທີ່​ເກີດ​​ໃໝ່​ຂອງ​ຟິ​ລິບ​ປິນ​ປະ​ກາດ​ຂໍ້​ຕົກ​ລົງ​ໃໝ່​ສຸດ, ໄດ້​ອະ​ນຸ​ຍາດ​ຂໍ້​ສະ​ເໜີ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິບ​ປິນ​ກ່ຽວ​ກັບ​ການກວດ​ກາແລະ​ປ້ອງ​ກັນພະ​ຍາດ​​ໂຄວິດ-19ຕໍ່​ນັກ​ທ່ອງ​ທ່ຽວ​ເຂົ້າ​ປະ​ເທດ​ຟິ​ລິບ​ປິນ.

   ຂໍ້​ກຳ​ນົດ​ໃໝ່​ຮຽກ​ຮ້ອງ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ເຂົ້າ​ດ່ານ​ທັງ​ໝົດ ບໍ່​ວ່າ​ໄດ້​ສັກ​ວັກ​ຊີນ​ແລ້ວ​ຫຼື​ບໍ່ ກໍ​ຕ້ອງ​ກັກ​ບໍ​ລິ​ເວນ​ເປັນ​ເວ​ລາ14ວັນ​ຫຼັງ​ຈາກ​ເຂົ້າ​ດ່ານ​ແລ້ວ,ໃນ​ນັ້ນ ແມ່ນ​​ຕ້ອງ​ພັກ​ຢູ່​ບ່ອນ​ກັກ​ບໍ​ລິ​ເວນທີ່ລັດ​ຖະ​ບານ​ກຳ​ນົດ​ໄວ້​ເປັນ​ເວ​ລາ10ວັນ,ແລະ​ຕ້ອງ​ຮັບ​ການກວດ​​ຫາ​​ເຊື້ອ​ພະ​ຍາດໂຄວິດ-19ຫຼັງ​ຈາກ​ເດີນ​ທາງ​ໄປ​ຮອດ​ແລ້ວມື້​ທີ7,ແລະ​ກັກ​ບໍ​ລິ​ເວນ​ໃນ​ເຮືອນ​ຕົນ​ອີກ4ວັນ​.

   ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິບ​ປິນ​ກ່າວ​ວ່າ,​ການສະ​ເໜີໃຫ້​ດັດ​ແກ້​ຂໍ້​ກຳ​ນົດ​ກວດ​ກາ,ແມ່ນ​ນຳ​ເອົາ​ຜົນ​ການ​ຄົ້ນ​ຄວ້າ​ຂອງ​ຜູ້​ຊ່ຽວ​ຊານ,ກໍ​ຄື​ວ່າ ປະ​ຊາ​ຊົນ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄວິດ-19ແລ້ວ​ຮອດມື້​ທີ7ຫາ​ມື້​ທີ8 ຈຳ​ນວນ​ເຊື້ອ​ໄວ​ຣັ​ສ​ຈະ​ສູງ​ເຖິງ​ລະ​ດັບ​ສູງ​ສຸດ,ເປັນ​ເວ​ລາ​ດີ​ທີ່​ສຸດ​ທີ່ກວດ​ກາ​ເຊື້ອ​ພະ​ຍາດ.

ຄຳ​ເຫັນ

0