蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ສູນ​ກາງ​ມຽນ​ມາ​ປະ​ກາດກອງ​ປ້ອງ​ກັນ​ຊາດ​ປະ​ຊາ​ຊົນ​ມຽນ​ມາ​ແລະຫຼາຍ​ອົງ​ການ​ອື່ນໆ​ເປັນ​ອົງ​ການ​ກໍ່​ກ​ານ​ຮ້າຍ

2021-05-09 14:32:31 CRI

ວັນ​ທີ 8 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ສູນ​ກາງ​ມຽນ​ມາ​ອອກ​ແຈ້ງ​ການ​ວ່າ: ໄດ້​ປະ​ກາດ​​ກອງ​ປ້ອງ​ກັນ​ຊາດ​ປະ​ຊາ​ຊົນ​ມຽນ​ມາ​ແລະ​ອົງ​ການ​ຈັດ​ຕັ້ງ​ທ້ອງ​ຖິ່ນ​ທີ່​ສັງ​ກັດ​ອົງ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ​ສາ​ມັກ​ຄີ​ປອງດອງ​ຊາດ​ມຽນ​ມາ ແລະ ຄະ​ນະ​ກຳ​ມະ​ກາ​ນ​ຜູ້​ແທນ​ສະ​ພາ​ສະ​ຫະ​ພັນ ເປັນ​ອົງ​ການ​ກໍ່​ການ​ຮ້າຍ.

ກອງ​ປ້ອງ​ກັນ​ຊາດ​ປະ​ຊາ​ຊົນ​ມຽນ​ມາ​ແມ່ນ​ລັດ​ຖະ​ບານ​ສາ​ມັກ​ຄີ​ປອງດອງ​ຊາດ​ມຽນ​ມາ​ປະ​ກາດ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 5 ພຶດ​ສະ​ພາ​ນີ້, ຫຼັງ​ຈາກ​ນັ້ນ, ຫຼາຍ​ທ້ອງ​ຖິ່ນ​ຂອງ​ມຽນ​ມາ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ອົງ​ການ​ຈັດ​ຕັ້ງ​ ທີ່​ສັງ​ກັດ​ກອງ​ປ້ອງ​ກັນ​ຊາດ​ປະ​ຊາ​ຊົນ ທີ່​ຢູ່​ທ້ອງ​ຖິ່ນ​ຕົນ. ລັດ​ຖະ​ບາ​ນ​ສາ​ມັກ​​ຄີ​ປອງດອງ​ຊາດ​ມຽນ​ມາ​ແມ່ນ​ຄະ​ນະ​ກຳ​ມະ​ການ​ຜູ້​ແທນ​ສະ​ພາ​ສະ​ຫະ​ພັນ​ມ​ຽນ​ມາ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 16 ເມ​ສາ​ຜ່ານ​ມາ​ນີ້.

ກະ​ຊວງ​ພາຍ​ໃນ​ມຽນ​ມາ​ໄດ້​ປະ​ກາດ​ລັດ​ຖະ​ບານ​ສາ​ມັກ​ຄີ​ປອງດອງ​ຊາດ​ມຽນ​ມາ​ເປັນ​ອົງ​ການ​ຈັດ​ຕັ້ງ​ຜິດ​ກົດ​ໝາຍ​ໃນ​ວັນ​ທີ 20 ເມ​ສາ​ຜ່ານ​ມາ​ນີ້, ຫຼັງ​ຈາກ​ນັ້ນ, ໄດ້​ປະ​ກາດ​ຈັບ​ກຸມ​ສະ​ມາ​ຊິກ​ຕົ້ນ​ຕໍ​ຂອ​ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ປອງດອງ​ຊາດ​ມຽນ​ມາ.

ຄຳ​ເຫັນ

0