黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ໂຮງ​ຮຽນ​ປະ​ຖົມ​ທຳ​ມະ​ດາ​ແຫ່ງຢູ່ຂອງ​ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ?

2021-05-10 16:32:07 cri

ເປັນ​ຫຍັງ​ໂຮງ​ຮຽນ​ປະ​ຖົມ​ທຳ​ມະ​ດາ​ແຫ່ງຢູ່ຂອງ​ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ?_fororder_W020210507777689845602

ວັນ​ທີ 7 ພຶດ​ສະ​ພາ​ນີ້, ​ພິ​ທີ​ສະ​ຫຼຸບການ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ສຳ​ຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຕອບຈົດ​ໝາຍ​​ໃຫ້​ຄູ​ແລະ​ນັກ​ຮຽນ​ໂຮງ​ຮຽນປະ​ຖົມມິດ​ຕະ​ພາບ​ລາວ-ຈີນບ້ານ​ໜອງ​ປີງ​ກໍ​ຄື​ການ​ດຳ​ເນີນ​ທັງ​ເປັນ​ກິດ​ຈະ​ກຳ “ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​​ໄໝ​ແມ່ນ​ຄອບ​ຄົວ​ດຽວ​ກັນ” ຄົບ​ຮອບ 2 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ​ໂດຍ​ມີຜູ້​ຕາງ​ໜ້າທູ​ຕາ​ນຸ​ທູດ​ຈາກ ສ​ປ​ປ ລາວ, ເນ​ປານ​ແລະປະ​ເທດ​ອື່ນ​ໆ​​ປະ​ຈຳ​ຈີນແລະ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ 40 ກວ່າ​ແຫ່ງ​ເຂົ້າ​ຮ່ວມ. ເປັນ​ຫຍັງ​ໂຮງ​ຮຽນ​ປະ​ຖົມ​ທຳ​ມະ​ດາ​ແຫ່ງ​ໜຶ່ງ​ຂອງ​ລາວ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ຄົນ​ທັງ​ຫຼາຍ?

ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປີງ​ຕັ້ງ​ຢູ່​ຊານ​ເມືອງ​ຂອງ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ ສ​ປ​ປ ລາວ, ແມ່ນ​ໂຮງ​ຮຽນ​ແຫ່ງ​ໜຶ່ງ​ທີ່​ມີ​ປະ​ຫວັດ​ສາດຍາວ​ນານ​ເຖິງ 55 ປີ. ກ່ອນ​ນີ້​ບໍ່​ເທົ່າ​ໃດ​ປີ, ກອງ​​ທຶນ​ພັດ​ທະ​ນາ​ສັນ​ຕິ​ພາບ​ຂອງ​ຈີນໄດ້​ຊ່ວຍ​ເຫຼືອ​ໂຮງ​ຮຽນ​ດັ່ງ​ກ່າວ​​ໂດຍ​ການສ້າງ​ອາ​ຄານ​ຮຽນ​ຫຼັງ​ໃໝ່​ທີ່ກວມ​ເນື້ອ​ທີ່ 800 ຕາ​ແມັດ​ຢູ່​ສະ​ຖານ​ທີ່​ເກົ່າ, ແລະ​ໄດ້​ຊ່ວຍ​ເຫຼືອ​ໂຮງ​ຮຽນ​ດັ່ງ​ກ່າວ​ເປີດ​ສອນພາ​ສາ​ຈີນ. ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​​ຈັດ​ຕັ້ງປະ​ຕິ​ບັດ​ຕົວ​ຈິງ​ຢູ່​ດິນ​ແດນ​ຂອງ​ລາວ​​ເຊິ່ງ​ເປັນ​ການ​ເຊື່ອມ​ສານ​ຈິດ​ໃຈປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ.

ກ່ອນ​ນີ້​ຫຼາຍ​ປີ, ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປີງງ​ຍັງ​ເປັນ​ໂຮງ​ຮຽນ​ທີ່​ມີ​ພື້ນ​ຖານ​ໂຄງ​ລ່າງ​ຫຼ້າ​ຫຼັງ​​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ. ປີ 2013, ຄຽງ​ຄູ່​ກັບ​ທ່ານ​ສີ​ຈິ້ນ​ຜິງ ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​” ​ແລະພາຍ​ໃຕ້​ກາ​ນ​ສະ​ໜັບ​ສະ​ໜູນ​ຈາກ​​ກອງ​ທຶນ​ພັດ​ທະ​ນາ​ສັນ​ຕິ​ພາບ​ຂອງ​ຈີນ​ຕາມ​ໂຄງ​ການ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ແຫ່ງ​ທຳ​ອິດ, ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​​ປີງ​ຈຶ່ງ​ໄດ້​​ຮັການ​ຊ່ວຍ​ເຫຼືອ​ດ້ວຍ​ການສ້າງ​ອາ​ຄານ​ຕຽນ​ຫຼັງ​ໃໝ່, ແຕ່​ປີ 2013 ຫາ​ປີ 2019, ​​ໂດຍ​ໄດ້​ຮັບການ​ສະ​ໜັບ​ສະ​ໜູນ​​ຈາກກອງ​ທຶນ​ພັດ​ທະ​ນາ​ສັນ​ຕິ​ພາບຂອງ​ຈີນທີ່ມອບ​ໃຫ້​ກັບ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປີງ​​ຢ່າງ​ບໍ່​ຢຸດ​ຢັ້ງ, ບໍ່​ພຽງ​ແຕ່​ໄດ້​ສ້າງ​​ອາ​ຄານຮຽນ​ຫຼັງ​ໃໝ່​ເທົ່າ​ນັ້ນ, ຍັງ​ໄດ້​ສົ່ງ​ຄູ​ສອນ​ຄົນ​ຈີນ​ໄປ​ຊ່ວຍ​ເຫຼືອ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປີງ​​ສອນ​ພາ​ສາ​ຈີນ, ແລະຍົກ​ສູງ​ຄຸນ​ນະ​ພາບ​ດ້ານ​ການ​ສຶກ​ສາ​ແລະ​ສ້າງ​ສິ່ງ​ທີ່​ເປັນ​ສີ​ສັນ​ພິ​ເສດຂອງ​ໂຮງ​ຮຽນ​ດັ່ງ​ກ່າວ​ຢ່າງ​ຮອບ​ດ້ານ​ອີກ​ດ້ວຍ. ສົ່ງ​ຜົນ​ເຮັດ​ໃຫ້​ໂຮງ​ຮຽນ​ທີ່​ເຄີຍ​ຫຼ້າ​ຫຼັງ​ໃນ​ເມື່ອ​ກ່ອນ​ໄດ້​ກາຍ​ເປັນ “ໂຮງ​ຮຽນ​ແບບ​ຢ່າງ” ຂອງ​ນະ​ຄອນ​ຫຼວງວຽງ​ຈັນ.

ທ່ານ​ນາງ​ບຸນ​ມີ ​ ​ຜູ້​ອຳ​ນວຍ​ການ​​ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປິ​ງ​ມິດ​ຕະ​ພາບ​ລາວ-​ຈີນບ້ານ​ໜອງ​ປີງ, ເປັນ​ຜູ້​​ທີ່​ໄດ້ເຫັນ​ກັບ​ຕາ​ເຖິງ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ຂອງ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປີງ​ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​​ຈາກກອງ​​ທຶນ​ພັດ​ທະ​ນາ​ສັນ​ຕິ​ພາບ​ຂອງ​ຈີນ. ທ່ານ​ເອງ​ໄດ້ຕາງ​ໜ້າ​ຄູ​ແລະ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປີງ​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ ສ​ປ ຈີນເມື່ອ​ປີ 2019, ​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​​ຕໍ່​ທ່ານ​ກໍ​ຄື​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອສ້າງ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ໜອງ​ປີງ. ​ ສິ່ງ​ທີ່​ເຮັດ​ໃຫ້ທ່ານ​ນາງ​ບຸນ​ມີ ຮູ້​ສຶກ​ດີ​ໃຈ​ຫຼາຍ​ກໍ​ຄື: ພາຍ​ຫຼັງ​ທີ່​ໄດ້​ສົ່ງ​ຈົດ​ໝາຍ​ດັ່ງ​ກ່າວ​ໄປ​ຍັງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ບໍ່​ດົນ​ປານ​ໃດ, ໂຮງ​ຮຽນແຫ່ງ​ນີ້​ກໍ​ໄດ້​ຮັບ​ຈົດ​ໝາຍ​ຕອບ​​ຄືນຈາກ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ​ເນື້ອ​ໃນຈົດ​ໝາຍ​ຂຽນ​ວ່າ: “ການ​ທີ່​ເຮັດ​ໃຫ້​ປະ​ເທດ​ລຽບ​ຕາມ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’ ພັດ​ທະ​ນາ​ຮ່ວມ​ກັນ ແລະເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ແມ່ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ທີ່​ຂ້າ​ພະ​ເຈົ້າໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’ ອອກ​ມາ. ໃນ​ເມື່ອຈີນ-ລາວ​​ໄດ້ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ໄດ້ເຮັດ​ໃຫ້​ໂຄງ​ການ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ຕົວ​ຈິງ​ຫຼາຍກວ່າ​ເກົ່າ, ສາ​ມາດ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ​ມີ​ຄວາມ​ສຸກ​ຫຼາຍກວ່າ​ເກົ່າ.” “ຫວັງ​ວ່າຫຼານ​ນ້ອຍນັກ​ຮຽນ​ທັງຫຼາຍ​ຈະ​ຮຽນ​ໃຫ້​ເກັ່ງ ເພື່ອ​ພັດ​ທະ​ນາ​ຕົນ​ເອງ​ໃຫ້​ກາຍ​ເປັນ​ເສົາ​ຄ້ຳ​ຫຼັກ​ຂອງ​ປະ​ເທດ​ຊາດ ແລະ ເປັນ​ຜູ້​ສືບ​ທອດມິດ​ຕະ​ພາບ​ລາວ​-ຈີນ. ”

ຈົດ​ໝາຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດ​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ, ເຖິງວ່າ​ອາ​ຍຸ​ຂອງ​ເຂົາ​ເຈົ້າ​ຍັງ​ອ່ອນນ້ອຍ, ແຕ່​ວ່າ​ແນວ​ພັນ​​ແຫ່ງຄວາມ​ໃຝ່​ຝັນ​ໄດ້​ແຕກງອກ​ຢູ່​ໃນ​ຫົວ​ໃຈ​ຂອງ​ເຂົາ​ເຈົ້າ.

ການ​ທີ່​ເຮັດ​ໃຫ້​ຈິດໃຈ​ຂອງ​ປະ​ຊາ​ຊົນ​ສາ​ມາດ​ເຊື່ອມ​ສານ​ເຂົ້າ​ກັນ​ແມ່ນ​ພື້ນ​ຖານ​ຂອງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ​ກິດ​ຈະ​ກຳ “ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​​ໄໝ​ແມ່ນ​ຄອບ​ຄົວ​ດຽວ​ກັນ” ທີ່​​ໄດ້ລິ​ເລີ່ມ​​ສະ​ເໜີ​ຢູ່​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ​ສອງ​ທີ່​ຈັດ​ຂຶ້ນ​ໃນ​ປີ 2019 ໄດ້​ດຳ​ເນີ​ນ​ການ​ຮ່ວມ​ມື​ໃນ 300 ກວ່າ​ໂຄງ​ການ​ທີ່​ກ່ຽວ​ພັນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ແລະ​ໄດ້​ຊຸກ​ຍູ້​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຈີນ​ແລະ​ຕ່າງ​ປະ​ເທດ​ສ້າງ​​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​​ນຳ​ກັນປະ​ມານ 600 ຄູ່. ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ” ໄດ້​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ວິ​ທີ​​ການແບບ​ນີ້ເໝືອນ​ດັ່ງ​ນ້ຳ​ຝົນ​ຫຼໍ່​ລ້ຽງ​ພຶດ​ພັນ​ຊະ​ນິດ​ຕ່າງໆ​ໃຫ້​ຂຽວ​ງາມ​ຢູ່​ໃນ​ໂລກ​ນີ້.

ຄຳ​ເຫັນ

0