刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ປະ​ກາດ​ຕົວ​ເລກ​ຕິດ​ຕາມ​ສະ​ພາບ​ການ​ສັກ​ວັກ​ຊີນ​ຈີນ ເຊິ່ງ​ມີ​ປະ​ສິດ​ທິ​ຜົນ​ທີ່​ປະ​ຈັກ​​ຕາ​​ຊາວ​ໂລກ

2021-05-13 11:43:15 cri

 

ວັນ​ທີ 11 ພຶດ​ສະ​ພາ​ນີ້, ທ່ານ​ບູ​ດີ ກູ​ນາ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ໂດ​ເນ​ເຊຍ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່​າວ​ປະ​ເທດ​ຕົນວ່າ: ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໄດ້​ຕິດ​ຕາມ​ສະ​ພາບ​ການ​​ທີ່​ພະ​ນັກ​ງານ​ການ​ແພດ 25.374 ຄົນ​ຢູ່​ນະ​ຄອນຫຼວງ​ຈາ​ກາຕາ​​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຂອງ​ບໍ​ລິ​ສັດ​ຊິນ​ໂນ​ວັກ​ຈີນຄົບ 2 ເຂັມ​ເປັນ​ເວ​ລາ 28 ວັນ ແລ້ວ​ເຫັນ​ວ່າ: ພາຍຫຼັງ​ສັກ​ວັກ​ຊີນ 7 ວັນແລ້ວ, ສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ສັກ​ວັກ​ຊີນເສ​ຍ​ຊີ​ວິດໄດ້ 100%  ແລະ ປ້ອງ​ກັນ​​​ຜູ້​ສັກ​ວັກ​ຊີນບໍ່​ຕ້ອງ​ເຂົ້ານອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ໄດ້ 96%. ການ​ຕິດ​ຕາມ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​​ມາຮອດ​ທ້າຍ​ເດືອນ​ກຸມ​ພາ​ຜ່ານ​ມາ.

ທ່ານ​ກູ​ນາ​ດີ​ກ່າວ​ຕື່ມ​ວ່າ: ມີ​ຜູ້​ສັກ​ວັກ​ຊີນ 94% ບໍ່​ໄດ້​ຕິ​ດ​ເຊື້ອ​ພະ​ຍາດ​ໂຄວິດ-19, ປະ​ສິດ​ທິ​ຜົນ​ຂອງວັກ​ຊີນ​ຈີນ​ໄດ້​ລື່ນ​ກາຍ​ປະ​ສິດ​ທິ​ຜົນ​ໃນ​ການ​ທົດ​ລອງ​​ນຳໃຊ້​ໃນ​ການ​ປິ່ນ​ປົ່ວ​ຕ່າງໆ ເຊິ່ງ​ມີ​ປະ​ສິດ​ທິ​ຜົນ​ທີ່​ປະ​ຈັກ​ຕາ​ຊາວໂລກ.

ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ອິນ​ໂດ​ເນ​ເຊຍ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ໄດ້​ຈັດ​ຊື້​ວັກ​ຊີນ​ຂອງ​ຈີນ​ໄວ​ກ່ອນ​ໝູ່. ນັບ​ແຕ່​ເດືອນ​ມັງ​ກອນ​ປີ​ນີ້​ເປັນ​ຕົ້ນ​ມາ, ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ຊື້​ວັກ​ຊີນ 22 ລ້ານຫຼອດ​ຈາກ​ຕ່າງ​ປະ​ເທດ, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ວັກ​ຊີນ​ຂອງ​ຈີນ.

ຄຳ​ເຫັນ

0