蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ຂອງ​ລັດ​ຖະ​ບານ​ລາວ​ເປັນ​​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ

2021-05-13 10:45:52 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: ຕ້ອງ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ງວດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19. ສະ​ນັ້ນ, ຈະ​ຕ້ອງປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​​ຈົນ​ເຖິງວັນ​ທີ 20 ພຶ​ດ​ສະ​ພາ​ນີ້.

​ວັນ​ທີ 12 ພຶດ​ສະ​ພາ​ນີ້, ຜູ້​ຖື​ກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ໃນ​ປະ​ເທດ​ລາວ​ມີ 55 ກໍ​ລະ​ນີ, ລວມ​ທັງ​ໝົດ​ເປັນ 1.417 ກໍ​ລະ​ນີ; ປົວ​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍແລ້ວ 328 ຄົນ, ຜູ້​ທີ່​ພວມ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ມີ 1.088 ຄົນ ແລະ ມີ​ຜູ້ເສຍ​ຊີ​ວິດ 1 ຄົນ. ເຖິງ​ແມ່ນ​ວ່າ​ພະ​ຍາດໂຄວິດ-19 ​ຍັງ​​ແຜ່​ລະ​ບາດ​ໃນ​ປະ​ເທດ​ລາວ, ແຕ່​ກໍ​ບໍ່​ຮ້າຍ​ແຮງ​ຄືຫຼາຍ​ມື້ທີ່​ຜ່ານ​ມາ​. ທ່ານ​ພັນ​ຄຳ ວິ​ພາ​ວັນ​ກ່າວ​ວ່າ: ລັດ​ຖະ​ບານ​ເຫັນ​ວ່າ: ມາດ​ຕະ​ການ​ປິດ​ເມືອງ​ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ, ແຕ່​ພວກ​ເຮົາ​​ຈຳ​ເປັນຕ້ອງ​ຮຽກ​ຮ້ອງ​ໃຫ້​ໝົດ​ທຸກ​ຄົນ​ປະ​ຕິ​ບັດ​ຕາມ ແລະ ຮັກ​ສາ​​ອາ​ລົມເຢັນ​ໄວ້ ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທີ່​ສຸດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ລັດ​ຖະ​ບານ​ຈະ​ສ້າງ​ຄວາມ​ສະ​ດວກ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ເປັນ​ປົກ​ກະ​ຕິ​​ໄດ້​ເປັນ​ກ້າວໆ. ນະ​ທີ່​ນີ້, ພວກ​ເຮົາ​ກໍ​ຂໍ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ມາດ​ຕະ​ການ​ປິດ​ເມືອງ​ຂອງ​ລັດ​ຖະ​ບານ​ລາວ. ຍ້ອນ​ວ່າ: ມາດ​ຕະ​ການ​ປິດ​ເມືອງ​ທີ່​ຈຳ​ເປັນ​ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ ແລະ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ໂດຍ​ຖື​ເອົາ​ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ​ເປັນ​ແບບຢ່າງ, ໃນ​ໄລ​ຍະ​ຕົ້ນ​ທີ່​ພົບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ນັບ​ແຕ່​ວັນ​ທີ 23 ມັງ​ກອນ​ຫາ​ວັນ​ທີ 8 ເມ​ສາ​ປີ 2020, ລົດ​ເມ, ລົດ​ໄຟ​ໃຕ້​ດິນ, ​ເຮືອໂດຍ​ສານ ແລະ ລົດ​ໂດຍ​ສາ​ນ​ລະ​ຫວ່າງ​ຕົວ​ເມືອງ​ໄດ້​ໂຈະ​ການ​ບໍ​ລິ​ການ​ທັງ​ໝົດ; ຖ້າ​ບໍ່​ມີ​​ຄວາມ​ຈຳ​ເປັນ​ພິ​ເສດ, ປະ​ຊາ​ຊົນ​ນະ​ຄອນ​ອູ​ຮັ້ນ​​ກໍບໍ່​ສາ​ມາດ​ເດີນ​ທາງ​ອອກ​ນອກ​ເມືອງ​ໄດ້; ສະ​ໜາມ​ບິນ ແລະ ສະ​ຖາ​ນີ​ລົດ​ໄຟ​ກໍ​ໄດ້​ໂຈະ​ການ​ບໍ​ລິ​ການ. ກໍ​ຍ້ອນ​ວ່າ​ໄດ້​ໃຊ້​ມາດ​ຕະ​ການ​ດັ່ງ​ກ່າວ, ນະ​ຄອນ​ອູ​ຮັ້ນ​ຈິ່ງ​ສາ​ມາດ​ຕັດ​ຊ່ອງ​ທາງ​​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ເປັນ​ຢ່າງ​ດີ, ​ສາ​ມາດສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ​ສາ​ມາດຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ໄດ້. ເດືອນ​ມິ​ຖຸ​ນາ​ປີ 2020, ພາ​ຍຫຼັງ​ຕະຫຼາດ​​ຂາຍ​ຍົກຊິນ​ຟາ​ຕີ້​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງໄດ້​ເກີດ​ມີກໍ​ລະ​ນີຫຼາຍ​ຄົນ​ຕິດ​ພະ​ຍາດ​ແລ້ວ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ສັ່ງ​ໂຈະ​ການ​ບໍ​ລິ​ການ​ຂອງ​ຕະຫຼາດ​ດັ່ງ​ກາວ​ຢ່າງ​ທັນ​ການ, ເມືອງ​ເຟິງ​ທາຍ​ທີ່​ເປັນ​ເມືອງ​ຄຸ້ມ​ຄອງ​ຕະຫຼາດ​ດັ່ງ​ກ່າວ​ຍັງ​ໄດ້​​ນຳ​ໃຊ້​ກົນ​ໄກ​ສຸກ​ເສີນ​ໃນ​ທັນ​ທີ, ໄດ້​ປິດ​ຕະຫຼາດ ແລະ​ຄຸ້ມ​ຊຸມ​ຊົນ​ຢູ່​ໃກ້​ຄຽງ​ຕະຫຼາດ, ເປີດກວ້າງ​ຂອບ​ເຂດກວດ​ຫາ​ນິວ​ຄະ​ເລ​ອິກ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ກວດ​​ນິວ​ຄະ​ເລ​ອິກ​ໃຫ້​ປະ​ຊາ​ຊົນ​ທີ່​ເຄີຍ​ເຂົ້າ​ໄປ​ຕະຫຼາ​ດ​ດັ່ງ​ກ່າວ​ເປັນຫຼາຍ​ແສນ​ຄົນ, ໃນ​ທີ່​ສຸດ​ກໍ​ສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈາກ​ຕົ້ນ​ກຳ​ເນີດ​ໄດ້.

ພາຍ​ໃຕ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຢ່າງ​ຕັ້ງ​ໜ້າ​ຂອງ​ລັດ​ຖະ​ບານ​ລາວ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຮອບ​ໃໝ່​ໄດ້​ຖືກ​ສະ​ກັດ​ກັ້ນ​ໄວ້​ຢ່າງ​ບັງ​ເກີດ​ຜົນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​​ນັບ​ມື້​ນັບຫຼຸດ​ໜ້ອຍ​ລົງ. ພ້ອມ​ດຽວ​ກັນ​ນີ້, ​ປະ​ເທດຈີນ​ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງ​ໜ້າ​ແກ່​ຝ່າຍ​ລາວ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ຕອ​ນ​ບ່າຍ​ວັນ​ທີ 4 ພຶດ​ສະ​ພາ​ນີ້, ໜ່ວຍ​ງານ​ຊ່ຽວ​ຊານ​ການ​ແພດ​ຈີນ​ໄດ້​ເດີນ​ທາງ​​ເຖິງ​ນະ​ຄອນຫຼວງວຽງ​ຈັນ ແລະ ເລີ່ມ​ປະ​ຕິ​ບັດ​ວຽກ​ງານ​ຢູ່ຫຼາຍ​ແຂວງ​ໃນ​ປະ​ເທດ​ລາວ. ວັນ​ທີ 10 ພຶດ​ສະ​ພາ​ນີ້, ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ລາວ​ງວດໃໝ່​ກໍໄດ້​ຂົນ​ສົ່ງ​ໄປ​ເຖິງ​ສະ​ໜາມ​ບິນ​ວັດ​ໄຕ​ແລ້ວ. ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ ທີ່​ຕ່າງ​​ກໍຊ່ວຍ​ຊູ​ຍູ້​ໜູນ​ກັນ.

ພວກ​ເຮົາ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ ແລະ ລັດ​ຖະ​ບານ​ລາວ, ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແຮງ​ຈາກ​ປະ​ຊາ​ຄົມໂລກ ແລະ ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຈາກ​ສະ​ຫາຍ​ຈີນ​​ອ້າຍ​ນ້ອງ, ປະ​ຊາ​ຊົນ​ລາວ​ຍ່ອມ​ຈະ​ສາ​ມາດ​​ຍາດ​ເອົາ​ໄຊ​ຊະ​ນະ​ບັ້ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ລາວໄດ້​ຢ່າງ​ແນ່ນອນ.

ຄຳ​ເຫັນ

0