秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະຄອນຢາງກຸງຂອງມຽນມາເກີດເຫດການລະເບີດ 3 ເທື່ອລຽນຕິດ

2021-05-16 16:44:13 cri

ລະ​ຫວ່າງ​ຕອນ​ບ່າຍ​ຫາ​ຕອນ​ຄ່ຳ​ຂອງວັນ​ທີ 15 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ນະ​ຄອນ​ຢາງ​ກຸງ​ຂອງ​ມຽນ​ມາ​ໄດ້​ເກີດເຫດ​ການ​ລະ​ເບີດ 3 ເທື່ອ​​ລຽນ​ຕິດ ເຊິ່ງ​ໄດ້​ເຮັດ​ໃຫ້ 1 ຄົນ​ເສຍ​ຊີ​ວິດ ແລະ 2 ຄົນ​ບາດ​ເຈັບ.

ໃນ​ເວ​ລາ​ປະ​ມານ 16 ໂມງ 15 ນາ​ທີ​ຂອງ​ມື້​ດຽວ​ກັນ, ຢູ່​​ບໍ​ລິ​ເວນປ້ຳ​ນ້ຳ​ມັນ​ແຫ່ງ​ໜຶ່ງ​ທີ່​ເມືອງ​ອົກ​ກາ​ລາ​ປາ​​ເໜືອຂອງ​ນະ​ຄອນຢາງ​ກຸງ​ໄດ້​ເກີດ​ເຫດ​ການ​ລະ​ເບີດ ເຊິ່ງ​ໄດ້​ເຮັດ​ໃຫ້ 3 ຄົນ​ບາ​ດ​ເຈັບ​ກັບ​ທີ່, ໃນ​ນັ້ນ​ມີ​ຄົນ​ໜຶ່ງ​ໄດ້ເສຍ​ຊີ​ວິດ​ພາຍຫຼັງ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ບໍ່​ດົນ​.

ໃນ​ເວ​ລາ​ປະ​ມານ 20 ໂມງ​ຂອງ​ມື້​ດຽວ​ກັນ, ຢູ່​​ບໍ​ລິ​ເວນໃກ້​ຄຽງ​ຮ້ານ​ເບຍ​ແຫ່ງ​ໜຶ່ງ​ທີ່​ເມືອງ​ທີງ​ການ​ຈູນຂອງ​ນະ​ຄອນ​ຢາງ​ກຸງ ໄດ້​ເກີດ​ເຫດ​ການ​ລະ​ເບີດ ເຊິ່ງ​ໄດ້​ເຮັດ​ໃຫ້​ລົດ​ຄັນ​ໜຶ່ງ​ເກີດ​ໄຟ​ໄໝ້ ​ແຕ່​ບໍ່​ໄດ້​ພົບ​ເຫັນ​ມີ​ຄົນ​ເສຍ​ຊີ​ວິ​ດຫຼື​ບາດ​ເຈັບ​ໃນ​ເຫດ​ການ​ລະ​ເບີດ​ຄັ້ງ​ນີ້.

ໃນ​ເວ​ລາ​ປະ​ມານ 22 ໂມງ​ຂອງ​ມື້ດຽວ​ກັນ, ຢູ່​​ບໍ​ລິ​ເວນໃກ້​ຄຽງ​ຫ້ອງ​ການ​ເຈົ້າ​ໜ້າ​ທີ່​ປົກ​ຄອງ​ເມືອງ​ອິ​ນ​ເຊນ​ຂອງ​ນະ​ຄອນ​ຢາງ​ກຸງ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ອີກ​ເທື່ອ​ໜຶ່ງ ແລະ​ບໍ່​ໄດ້​ພົບ​ເຫັນ​ມີ​ຜູ້​​ເສ​ຍ​ຊີ​ວິດຫຼືບາດ​ເຈັບ​ເຊັ່ນ​ກັນ, ແຕ່​ສິ່ງ​ກໍ່​ສ້າງ​ຕ່າງໆ​ຢູ່​ບໍ​ລິ​ເວນ​ໃກ້​ຄຽງ​​ລ້ວນ​ແຕ່​ໄດ້​ເກີດ​ມີ​ການ​ສັ່ນ​ສະ​ເທືອນ​ຢ່າງ​ຮ້າຍ​ແຮງ ພ້ອມ​ທັງ​ໄດ້​ພາ​ໃຫ້ໄຟ​ຂາດ​ຢູ່​ບໍ​ລິ​ເວນ​ດັ່ງ​ກ່າວ.

ຄຳ​ເຫັນ

0