蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ໃຊ້​ມາດ​ຕະ​ການ​ຫຼາຍກວ່າ​ເກົ່າ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-05-16 12:23:17 CRI

     ຄຽງ​ຄູ່​ກັບ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ຂອງ​ສິງ​ກະ​ໂປ​ເພີ່ມ​ຂຶ້ນຢ່າງບໍ່​ຢຸດຢັ້ງ, ລັດ​ຖະ​ບານ​ສິ​ງ​ກະ​ໂປ​ໄດ້​ປະ​ກາດ​ໃຊ້​ມາດ​ຕະ​ການປ້ອງ​ກັນ​ພະ​ຍາດ​ຫຼາຍກວ່າ​ເກົ່າເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

     ວັນ​ທີ 16 ພຶດ​ສະ​ພານີ້, ກະ​ຊວງ​ສຶກ​ສາ​ທິ​ການ​ສິງ​ກະ​ໂປ​ໄດ້​ອອກ​ແຈ້ງ​ການ​ວ່າ: ເນື່ອງ​ຈາກວ່າ​ຢູ່ໂຮງ​ຮຽນ​ປະ​ຖົມ​ຢ່າງ​ໜ້ອຍ 7 ແຫ່ງໄດ້​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ-19, ສະ​ນັ້ນ, ໂຮງ​ຮຽນ​ປະ​ຖົມ​ສິງ​ກະ​ໂປ​ຈະ​ປິດໂຮງ​ຮຽນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 28 ພຶດ​ສະ​ພານີ້. ກະ​ຊວງ​ສຶກ​ສາ​ທິ​ການ​ສິງ​ກະ​ໂປ​ຍັງ​ກ່າວ​ວ່າ: ສະ​ຖານ​ທີ່​ທີ່​ໄດ້ພົບ​ຜູ້​ຕິດ​ເຊື້ອ​ທີ່ບໍ່​ເຕັມ​ອາ​ຍຸ​ກະ​ສຽນນັ້​ນ ບໍ່​ພຽງ​ແຕ່​​ມີ​ໂຮງ​ຮຽນ​ເທົ່າ​ນັ້ນ, ຍັງ​ມີ​ສູນ​ການ​ສຶກ​ສາ​ນອກ​ໂມງ​ຮຽນ. ສະ​ນັ້ນ, ສະ​ຖານ​ທີ່​ເຫຼົ່າ​ນີ້​ຈະ​ຖືກ​ປິດ​ຊົ່ວ​ຄາວ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລະ​ບາດ​ໄປ​ວົງ​ກວ້າງ.

     ນອກນີ້, ວັນ​ທີ 14 ພຶດ​ສະ​ພານີ້, ລັດ​ຖະ​ບານ​ສິງ​ກະ​ໂປ​ໄດ້ປະ​ກາດ​ໃຊ້​ມາ​ດຕະ​ການຕ່າງໆ​ທີ່​ເຂັ້ມ​ງວດ ແລະ​ຮອບ​ດ້ານກວ່າ​ເກົ່າ ເຊັ່ນ​ ການ​ຈຳ​ກັດ​ຈຳ​ນວນ​ຄົນ​ທີ່​ຊຸມ​ນຸມ​ກັນ ຫ້າມບໍ່​ໃຫ້​ກິນ​ເຂົ້າ​ຢູ່​ໃນ​ຮ້ານ​ອາ​ຫານ ສົ່ງ​ເສີມ​ໃຫ້​ເຮັດ​ວຽກ​ຢູ່​ໃນ​ເຮືອນ ແລະ​ອື່ນໆ ເຊິ່ງ​ຈະ​ປະ​ຕິ​ບັດ​ແຕ່​ວັນ​ທີ 16 ພຶດ​ສະ​ພານີ້ຫາ​ວັນ​ທີ 13 ມິ​ຖຸ​ນາ.

ຄຳ​ເຫັນ

0